ນາຍົກລັດຖະມົນຕີອັງກິດຊອກຫາການປະນິປະນອມຈາກ EU ໃນບັນຫາ Brexit

(VOVWORLD) -ວັນທີ 11 ທັນວາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ມີການພົບປະກັບບັນດາການນຳສະຫະພາບເອີລົບ (EU)

ນາຍົກລັດຖະມົນຕີອັງກິດຊອກຫາການປະນິປະນອມຈາກ EU ໃນບັນຫາ Brexit - ảnh 1ນາຍົກລັດຖະມົນຕີອັງກິດຊອກຫາການປະນິປະນອມຈາກ EU ໃນບັນຫາ Brexit

(ພາບ: AFP/ TTXVN)

ໃນການໄປປະຕິບັດງານເພື່ອຊອກຫາການປະນິປະນອມສຳລັບຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit. ໃນບັນດາການພົບປະ, ການນຳ EU ສະແດງຄວາມພ້ອມເພື່ອຊ່ວຍເຫຼືອອັງກິດ, ແຕ່ປັດເຂ່ຍກໍລະນີເຈລະຈາຂໍ້ຕົກລົງຄືນໃໝ່.

        ພາຍຫຼັງປຶກສາຫາລືກັບນາຍົກລັດຖະມົນຕີອັງກິດ ຢູ່ບຣຸກແຊນ, ປະເທດແບນຊິກ, ຜ່ານສື່ສັງຄົມອອນລາຍ Twitter, ທ່ານປະທານສະພາເອີລົບ Donal Tusk ຂຽນວ່າ “ແນ່ນອນວ່າ EU ຢາກຊ່ວຍເຫຼືອ, ແຕ່ບັນຫານັ້ນແມ່ນຊ່ວຍຄືແນວໃດ”.

        ກໍ່ທີ່ການພົບປະໃນວັນທີ 11 ທັນວາ ກັບທ່ານນາງນາຍົກລັດຖະມົນຕີອັງກິດ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ “ບໍ່ມີຄວາມສາມາດໃດໃຫ້ແກ່ການເຈລະຈາຂໍ້ຕົກລົງຄືນໃໝ່”.

        ການນຳ EU ສືບຕໍ່ມີບັນດາການປຶກສາຫາລືໃນວັນທີ 12 ທັນວາ ຢູ່ສ.ອຽກລັງ, ເຊິ່ງແມ່ນບ່ອນທີ່ທ່ານນາງນາຍົກລັດຖະມົນຕີອັງກິດ ຈະພົບປະກັບທ່ານນາຍົກລັດຖະມົນຕີອຽກລັງ Leo Varadkar, ຕໍ່ຈາກນັ້ນຈະກັບຄືນບຣຸກແຊນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ EU.

ຕອບກັບ

ຂ່າວ/ບົດ​ອື່ນ