ນາຍົກລັດຖະມົນຕີອິດສຣາແອນເຊັ່ນອະນຸມັດແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກ

ນາຍົກລັດຖະມົນຕີອິດສຣາແອນເຊັ່ນອະນຸມັດແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກ - ảnh 1
(ພາບປະກອບ: Reuters)

​​(vovworld) - ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu, ວັນ​ທີ 29/07, ​ໄດ້​​ເຊັ່ນອະນຸມັດ​ແຜນການ​ກໍ່ສ້າງ​​ເຮືອນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ຢູ່​ຝັ່ງ​ຕາ​ເວັນ​ຕົກ 300 ຫຼັງ​ໂດຍ​ທັນທີ. ການ​ກະທຳ​ດັ່ງກ່າວ​ຂອງ​ການ​ນຳ​ອິດສຣາ​ແອນ ຖືກ​ດຳ​ເນີນ​​ໄປ​ໃນ​ສະພາບ ບັນດາ​ກຸ່ມ​ຂ້ວາ​ຈັດ​ພວມ​ມີ​ປະຕິກິລິຍາ​ຢ່າງ​ຮຸ້ນ​ແຮງ​ກ່ຽວ​ກັບການ​ມ້າງ​ທຳລາຍຕຶກ​ອາຄານ ​2 ​ແຫ່ງທີ່ພວມ​ກໍ່ສ້າງ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ Beit El ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ​ຈໍ​ແດນ​. ຕາມ​ຖະ​ແຫຼງການ​ຂອງ​ຫ້ອງ​ວ່າການ​​ລັດຖະບານອິດສຣາ​ແອນ​ແລ້ວ, ພາຍຫຼັງ​ບັນດາ​ການ​ທາບທາມ​ຄວາ​ມ​ເຫັນ, ທ່ານ​ນາຍົກລັດຖະມົນຕີ​ Netanyahu ໄດ້​ເຊັ່ນອະນຸມັດ​ແຜນການ​ກໍ່ສ້າງ​ດັ່ງກ່າວ​ໂດຍ​ທັນທີ, ພ້ອມ​ທັງ​ຮັບຮອງ​ເອົາ​ແຜນການ​ກໍ່ສ້າງ​​ເຮືອ​ນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ອື່ນ 504 ຫຼັງ ຢູ່​ເຂດ Jerusalem ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ