ນາຍົກລັດຖະມົນຕີອະນຸມັດຜ່ານແຜນຮ່າງ ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ

(VOVWORLD) -ຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ວິສາຫະກິດ ແມ່ນໄມ້ວັດແທກຄຸນນະພາບ ແລະ ປະສິດທິຜົນໃນການຮັບໃຊ້ຂອງພະນັກງານ, ລັດຖະກອນ, ພາລະກອນ ແລະ ອົງການທີ່ມີສິດອໍານາດໃນການສະໜອງການບໍລິການສາທາລະນະ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍອະນຸມັດຜ່ານ ແຜນຮ່າງ ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ດ້ວຍທັດສະນະທີ່ວ່າ ຖືປະຊາຊົນ, ວິສາຫະກິດ ເປັນໃຈກາງ ເພື່ອຮັບໃຊ້; ຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ວິສາຫະກິດ ແມ່ນໄມ້ວັດແທກຄຸນນະພາບ ແລະ ປະສິດທິຜົນໃນການຮັບໃຊ້ຂອງພະນັກງານ, ລັດຖະກອນ, ພາລະກອນ ແລະ ອົງການທີ່ມີສິດອໍານາດໃນການສະໜອງການບໍລິການສາທາລະນະ.

        ຕາມແຜນການແລ້ວ, ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ ໄດ້ສ້າງຂຶ້ນດ້ວຍທີ່ຢູ່ໜຶ່ງດຽວເທົ່ານັ້ນ ເພື່ອເປີດເຜີຍບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງລະບຽບການບໍລິຫານຢ່າງໂປ່ງໃສ ແລະ ສະໜອງ, ໃຫ້ການໜູນຊ່ວຍໃນການປະຕິບັດການບໍລິການສາທາລະນະຕາມຄວາມຕ້ອງການ ແລະ ເໝາະສົມກັບແຕ່ລະເປົ້າໝາຍ; ຮັບປະກັນຄວາມອາດສາມາດໃນການຕິດຕາມ, ກວດກາ, ຕີລາຄາຂອງສ່ວນບຸກຄົນ, ອົງການຈັດຕັ້ງ ແລະ ຄວາມຮັບຜິດຊອບອະພິປາຍຂອງອົງການລັດໃນການປະຕິບັດການບໍລິການສາທາລະນະ.

        ເປົ້າໝາຍລວມຂອງແຜນຮ່າງດັ່ງກ່າວ ແມ່ນຍົກສູງຄຸນນະພາບ, ປະສິດທິຜົນໃນການສະໜອງການບໍລິການສາທາລະນະຂອງບັນດາອົງການລັດ, ຮັບປະກັນການຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ນັບມື້ນັບດີກວ່າເກົ່າ, ມຸ່ງໄປສູ່ການຫັນເອກະສານເປັນດີຈີຕອນ; ຊຸກຍູ້ການປະຕິຮູບການບໍລິຫານຜ່ານການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ; ປັບປຸງທີ່ຕັ້ງຂອງຫວຽດນາມ ໃນການພັດທະນາລັດຖະບານເອເລັກໂຕນິກ ຕາມການຈັດອັນດັບຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ