ນາຍົກລັດຖະມົນຕີຮຽກຮ້ອງການຮັບປະກັນຄວາມປອດໄພຕໍ່ພະຍາດໂຄວິດ-19 ຢູ່ບັນດາເຂດອຸດສາຫະກຳ

(VOVWORLD) - ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງປະຕິບັດຕາມການຊີ້ນຳຂອງຄະນະເລຂາ, ລັດຖະບານ, ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ
ນາຍົກລັດຖະມົນຕີຮຽກຮ້ອງການຮັບປະກັນຄວາມປອດໄພຕໍ່ພະຍາດໂຄວິດ-19 ຢູ່ບັນດາເຂດອຸດສາຫະກຳ - ảnh 1ການວິໄຈສຳລັບຜູ້ອອກແຮງງານ
(ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ສົ່ງໂທລະເລກເຖິງປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ; ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ກ່ຽວກັບການຮັບປະກັນຄວາມປອດໄພຕໍ່ພະຍາດໂຄວິດ-19 ຢູ່ບັນດາເຂດອຸດສາຫະກຳ. ໂທລະເລກຮຽກຮ້ອງວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງປະຕິບັດຕາມການຊີ້ນຳຂອງຄະນະເລຂາ, ລັດຖະບານ, ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ; ທຸກເຂດອຸດສາຫະກຳ, ໂຮງຈັກ, ໂຮງງານຕ້ອງປະຕິບັດຕາມບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ຕ້ອງປະຕິບັດການແຈ້ງອາການສຸຂະພາບພາກບັງຄັບສຳລັບຜູ້ອອກແຮງງານໝົດທຸກຄົນຢູ່ບັນດາເຂດອຸດສາຫະກຳ, ໂຮງຈັກ, ໂຮງງານ ແລະ ບັນດາຜູ້ທີ່ກ່ຽວຂ້ອງ. ລັດຖະມົນຕີກະຊວງສາທາລະນະສຸກຮີບເຮັ່ງຊີ້ນຳປະກາດໃຊ້ບັນດາເອກະສານແນະນຳການແຍກຕົວ, ວິໄຈສຳລັບຜູ້ອອກແຮງງານຢູ່ບັນດາເຂດດັ່ງກ່າວໃຫ້ເໝາະສົມກັບຈຸດພິເສດຂອງແຕ່ລະເຂດ ແລະ ສະພາບການຜັນແປຂອງໂລກລະບາດເພື່ອສາມາດຮັກສາ ຫຼື ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ