ທ່ານ ຫງວຽນຊວນຟູ໋ກ ກ່າວຄຳເຫັນທີ່
ກອງປະຊຸມສົ່ງເສີມການລົງທຶນແຂວງຫວີງຟູ໋ກປີ 2016
(vovworld) - ຕອຍບ່າຍວັນທີ 27/12, ຢູ່ນະຄອນຫວີງອຽນ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ແລະ ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຫວີງຟູ໋ກປີ 2016 ດ້ວຍ ຫົວຂໍ້ວ່າ “ຫວີງຟູ໋ກ - ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດລົງທຶນ”. ນີ້ແມ່ນກອງປະຊຸມສົ່ງເສີມການລົງທຶນທີ່ມີຂະໝາດໃຫຍ່ທີສຸດຖືກຈັດຕັ້ງຢູ່ແຂວງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 500 ຄົນ ເຊິ່ງແມ່ນການນຳບັນດາກະຊວງ, ຂະແໜງການ, ບັນດາທ້ອງຖິ່ນ, ບັນດາທະນາຄາມການຄ້າ ແລະ ບັນດານັກລົງທຶນພາຍໃນປະເທດ ແລະ ຕ່າງປະເທດຊາດ.
ກ່າວຄຳເຫັນທີກອງປະຊຸມ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຕີລາຄາສູງ ຫວີງຟູ໋ກ ໄດ້ມີບາດກ້າວເຕີບໂຕກະໂດດຂັ້ນໃນການດຶງດູດການລົງທຶນ. ໃນບັນດາໂຄງການລົງທຶນນັ້ນມີຫຼາຍໂຄງການແມ່ນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຊ່ວຍແກ້ໄຂວຽກເຮັດງານທຳ, ຍົກສູງລາຍຮັບ, ລາຍຮັບງົບປະມານ. ປັດຈຸບັນ, ອຸດອາຫະກຳ ແລະ ການບໍລິການ ໃນອົງປະກອບດ້ານເສດຖະກິດຂອງແຂວງກວມເກືອບ 90%. ທ່ານ ນາຍົກລັດຖະມົນຕີ ຕີລາຄາວ່າຄວາມສາມາດບົ່ມຊ້ອນຂອງຫວີງຟູ໋ກຍັງໃຫຍ່ທີສຸດໃນການພັດທະນາ. ໃນໄລຍະຈະມາເຖີງ, ແຂວງ ຫວີງຟູ໋ກ ຕ້ອງສືບຕໍ່ຊາບຊືມນ້ຳໃຈສ້າງລັດຖະບານຄວາມຊື່ສັດບໍລິສຸດ, ກໍ່ສ້າງການພັດທະນາ, ເຄື່ອນໄຫວ, ຍູ້ແຮງການດັດແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ແຂວງກໍ່ຄວນໃຫ້ຄຳໝັ້ນສັນຍາເປິດເຜີຍການໜູນຊ່ວຍນັກລົງທຶນ, ສືບຕໍ່ນຳໜ້າຕົ້ນໃນຂະບວນການດຳເນີນອາຊີບ, ພັດທະນາວິສາຫະກິດ, ໃຫ້ບັນລຸ 15 000 ວິສາຫະກິດ ໃນປີ 2020, ທົບສອງເທົ່າເມື່ອທຽບໃສ່ປັດຈຸບັນ.