ນາຍົກລັດຖະມົນຕີເຊັນອະນຸມັດບັນຊີລາຍຊື່3ໂຄງການຊື່ງຕ່າງປະເທດອຸປະຖຳ
ພາບປະກອບ
|
(vovworld)- ນາຍົກລັດຖະມົນຕີເຊັນອະນຸມັດບັນຊີລາຍຊື່3ໂຄງການຊື່ງຕ່າງປະເທດອຸປະຖຳ, ຕາມນັ້ນແລ້ວ ໂຄງການ “ຜະລິດພະລັງງານຄືນໃຫມ່ ແລະ ປະສິດທິຜົນຈາກການນຳໃຊ້ພະລັງງານ” ໂດຍນຳໃຊ້ການຊ່ວຍເຫລືອຫລ້າທຶນ ODA ຂອງລັດຖະບານເຢຍລະມັນ ຊື່ງໄດ້ຮັບການປະຕິບັດແຕ່ປີ 2015 ມາຮອດປີ 2017. ຄາດໝາຍຂອງໂຄງການແມ່ນສ້າງພື້ນຖານທິດສະດີມີລັກສະນະເປັນລະບົບ ຊ່ວຍລົງທຶນເຂົ້າການຜະລິດພະລັງງານຄືນໃຫມ່ ແລະ ການນຳໃຊ້ພະລັງງານຢ່າງມີປະສິດທິຜົນ. ໂຄງການທີ 2 ແມ່ນ “ເພີ່ມທະວີກຳລັງຄວາມສາມາດເຄືອຂ່າຍບໍລິການ ແລະ ປິ່ນປົວໃຫ້ເດັກພິການຢູ່ແຂວງ ທາຍບີງ” ໂດຍ ອົງການພັດທະນາສາກົນ ອາເມລິກາ ອຸປະຖຳ.ນອກນັ້ນ ມີໂຄງການ “ຄຸ້ມຄອງແຫລ່ງນ້ຳ ແລະ ໄພນ້ຳຖ້ວມ ຫວີງຟຸກ”, ໂດຍກູ້ຢືມທຶນ 220 ລ້ານ USD ຈາກທະນາຄານໂລກ .