ນາຍົກລັດຖະມົນຕີເປັນປະທານກອງປະຊຸມກ່ຽວກັບການຕ້ອນຮັບພົນລະເມືອງ,ແກ້ໄຂການຮ້ອງທຸກກ່າວຟ້ອງ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄດ້ເປັນປະທານກອງປະຊຸມ)
(vovworld) - ຕອນບ່າຍວັນທີ 07/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມທາງເຄືອຂ່າຍອີນເຕີແນັດທົ່ວປະເທດກ່ຽວກັບການຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກກ່າວຟ້ອງ. ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບິ່ງ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ສຳຫຼວດກວດກາຄືນບັນດາອົງການ, ກະຊວງ, ຂະແໜງການຂອງຕົນ ໄດ້ປະຕິບັດບັນດາເອກະສານດ້ານກົດໝາຍ ແລະ ຄຳຊີ້ນຳຂອງສູນກາງ ກ່ຽວກັບການຮ້ອງທຸກກ່າວຟ້ອງ, ຕ້ອນຮັບພົນລະເມືອງເປັນຢ່າງດີແລ້ວບໍ່, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພະນັກງານ,ລັດຖະກອນ. ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງອົງການກວດກາລັດຖະບານ, ຫ້ອງວ່າການລັດຖະບານ ຮັບເອົາຄຳເຫັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງບົດລາຍງານໃຫ້ສົມບູນແບບ, ມີແຈ້ງການເພື່ອເປັນພື້ນຖານຊີ້ນຳທຸກຂັ້ນ, ທຸກຂະແໜງການຢ່າງລະອຽດກວ່າ, ພິເສດແມ່ນຢູ່ທ້ອງຖິ່ນຕ່າງໆ. ບົນຈິດໃຈຕ້ອງຮັບປະກັນວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງກວ່າ, ມີວິທີປະຕິບັດຢ່າງມີປະສິດທິຜົນ, ແກ້ໄຂບັນດາຂໍ້ຕິດຂັດ, ການຮ້ອງທຸກຂອງປະຊາຊົນຢ່າງທັນການ.