ນາຍົກລັດຖະມົນຕີເຫັນດີຕໍ່ໂຄງການລົງທຶນCasinoຢູ່ເກາະຟູ໋ກວກ

ນາຍົກລັດຖະມົນຕີເຫັນດີຕໍ່ໂຄງການລົງທຶນCasinoຢູ່ເກາະຟູ໋ກວກ - ảnh 1
ພາບ​ປະ​ກອບ

 (vovworld) – ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫາ​ກໍ່​​ເຫັນ​ດີ​ຕໍ່ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໂຄງ​ການ​ເຂດ​ທ່ອງ​ທ່ຽວ, ບໍ​ລິ​ການ ແລະ ເຂດ​ລະຫຼິ້ນ​ບັນ​ເທິງ ມີ​ບໍ​ລິ​ການ casino ຢູ່​ເມືອງ​ເກາ​ະ ຟູ໋ກວກ (ແຂວງ ກຽນ​ຢາງ). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມອບ​ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກຽນ​ຢາງ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຄົ້ນ​ຄ້​ວາ, ແນະ​ນຳ​ເລື່ອງ​ສ້າງ​ໂຄງ​ການ​​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ສະ​ເໜີ​ຄຳ​ເຫັນ​ລະ​ອຽດ ແລະ ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພິ​ຈາ​ລະ​ນາ ພາຍຫຼັງ​ລັດ​ຖະ​ບານ​ປະ​ກາດ​ໃຊ້​ມະ​ຕິ​ກ່​ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ casino.

        ກ່ອນ​ໜ້ານັ້ນ, ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ຮ່າງ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ ຟູ໋ກວກ, ຜູ້​ຕາງ​ໜ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກຽນ​ຢາງ ໃຫ້​ຮູ້​ວ່າ: ຄາດ​ວ່າ casino ຈະ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ່​ດິນ​ປະ​ມານ 30.000 ຕາ​ລາງ​ແມັດ, ນອກ​ຈາກນັ້ນ​ຍັງ​ມີ​ສູນກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ ແລະ ໂຮງ​ແຮມ 5 ດາວ​ດ້ວຍ​ປະ​ມານ 3.000 ຫ້ອງ. ບັນ​ດາ​ນັກ​ລົງ​ທຶນ​ຢາກ​ເຂົ້າ​ຮ່ວມ​ຂົງ​ເຂດນີ້​ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມີ​ທຶນ​ປະ​ມານ 4 ຕື້ USD ຂຶ້ນ​ໄປ​.

 


ຂ່າວ/ບົດ​ອື່ນ