ນາຍົກລັດຖະມົນຕີໄທ ຕ້ອນຮັບຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ

ນາຍົກລັດຖະມົນຕີໄທ ຕ້ອນຮັບຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ - ảnh 1
ທ່ານພົນໂທ ໂດບ໋າຕິ ຢ້ຽມຢາມ ໄທຢ່າງເປັນທາງການ
(ພາບ: dobaty.net)

(vovworld) - ​ໄທ​ພ້ອມ​ແລ້ວ​ທີ່​​ຈະເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ລັດຖະບານ​ຮ່ວມ​​ໄທ - ຫວຽດນາມ ຄັ້ງ​ທີ 2 ​ໂດຍ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ. ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຣັກ ສິນ​ນະ​ວັດ ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານ ພົນ​​ໂທ ​ໂດບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມນຳ​ໜ້າ ​ເນື່ອງ​ໃນ​ໂອກາດ​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໄທ. ກ່ອນ​ໜ້າ​ນັ້ນ​, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງ​ທັບ​ປະຊາຊົນ​ຫວຽດນາມ​ໄດ້​ມ​ີການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກອງທັບ​ລາຊະ​ອານາຈັກ​ໄທ ​ໂດຍ​ທ່ານ​ພົນ​ເອກ ຕານາ​ສັກ ປະຕິມາ​ປຣະກອນ, ຜູ້ບັນຊາ​ການທະຫານ​ສູງ​ສຸດ​ນຳ​ໜ້າ. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ​ໂດບ໋າ​ຕິ ນຳ​ໜ້າ​ໄດ້​ດຳ​ເນີນ​ການ​ຢ​້ຽມຢາມລາຊະ​ອານາຈັກ​ໄທ​ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 26/2, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ພົນ​ເອກ ຕານາ​ສັກ ປະຕິມາ​ປຣະກອນ, ຜູ້ບັນຊາ​ການທະຫານ​ສູງ​ສຸດ​ກອງ​ທັບ​ລາຊະ​ອານາຈັກ​ໄທ.

ຂ່າວ/ບົດ​ອື່ນ