ນາຍົກລັດຖະມົນຕີໄທຖືກປົດຕຳແໜ່ງ

ນາຍົກລັດຖະມົນຕີໄທຖືກປົດຕຳແໜ່ງ - ảnh 1
ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ

(vovworld) – ​ຕອນ​ບ່າຍ​ວັນ​ທີ 7/5, ​ສານ​ລັດຖະທຳ​ມະນູນ ​ໄທ ​ໄດ້​ອອກ​ຄຳ​ຕັດສິນ ປົດ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ ​ໄທ ຂອງທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ​ໃນ​ກໍ​ລະ​ນີຮ້ອງ​ຟ້ອງ: ທ່ານ​ນາງ​ໄດ້ຍົກຍ້າຍ​ທ່ານ​ເລຂາທິການ​ສະພາ​ປ້ອງ​ກັນ​ຊາດ​ປ້ອງ​ກັນຄວາມ​ສະຫງົບ​​ແຫ່ງ​ຊາດ ທະວີນ ປຍນສີ. ສານ​ຖື​ວ່າ: ທ່ານ​ນາງ ຍິ່ງ​ລັກ ​ບໍ່​ມີ​ຄວາມ​ຍຸຕິ​ທຳ ​ແລະ ​ຫາ​​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ເມື່ອ​ມີ​ການ​ກະທຳ​ຄື​ດັ່ງກ່າວ. ຄຳ​ຕັດສິນ​ຂອງ​ສານ ມີ​ຜົນ​ສັກສິດ​ໃນ​ທັນທີ ​ແລະ ບໍ່​ຕ້ອງ​ດຳ​ເນີນ​ສານ​ອຸທອນ.

    ພ້ອມ​ກັບ​ທ່ານ​ນາງ ຍິ່ງ​ລັກ ຍັງ​ມີ​ບັນດາບຸກຄະລາ​ກອນ​ໃນ​ຄະນະ​ລັດຖະບານ ​ໄທ ​​ເຊິ່ງ​ໄດ້​ຮັບ​ດຳ​ເນີນ​ຕຳ​​ແໜ່​ງ​​ແຕ່​ເດືອ​ນ 9/2011 - ​​ເຊິ່ງ​ແມ່ນຈຸດ​ເວລາ​ເກີດ​ເຫດ​ດັ່ງກ່າວ​ກໍ່​ຖືກ​ປົດ​ຕຳ​ແໜ່​ງ​ເຊັນ​ກັນ. ດັ່ງ​ນັ້ນ, ປະຈຸ​ບັນ, ​ໄທ ຍັງ​ມີ​ລັດຖະບານ​ຊົ່ວຄາວ ດ້ວຍ​ເລື່ອງ​ຮອງນາຍົກລັດຖະມົນຕີທ່ານ​ໜຶ່ງຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ໃຫ້​ດຳລົງ​ຕຳ​ແໜ່​ງ ນາຍົກລັດຖະມົນຕີ ​ເພື່ອ​ສືບ​ຕໍ່​ບໍລິຫານ​ລັດຖະບານ ​ແລະ ພ້ອມ​ກັບ​ຄະນະ​ກຳມະການ​​ເລື​ອກຕັ້ງ​ແຫ່ງ​ຊາດ​ຈັດ​ຕັ້ງ​ການ​ເລື​ອກຕັ້ງ​ທົ່ວ​ປະ​ເທດ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ.

    ​ແລະ​ກໍ່​ໃນຕອນ​ບ່າຍ​ວັນ​ທີ 7/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຄ້າ ນິວັດ​ທຳຣົງ ບຸນ​ຊົງ​ໄພສານ ​ໄດ້​ຮັບ​ການ​​ແຕ່ງ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ ຄົນ​ໃໝ່. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ພອງ​ເທບ ​ເທບ​ກັນຈະນາ ​ໃຫ້​ຮູ້​ວ່າ: ລັດຖະບານ​ຊົ່ວຄາວ​ຂອງ ​ໄທ ກໍ່​ພວມ​ຊຸກຍູ້​ແຜນການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 20/7.

   

   


ຂ່າວ/ບົດ​ອື່ນ