ທ່ານນາຍົກລັດຖະມົນຕີ ໄທ ປຣະຍຸດ ຈັນໂອຊາ
(ພາບ: TTXVN)
(vovworld) – ວັນທີ 20/9, ທ່ານນາຍົກລັດຖະມົນຕີ ໄທ ປຣະຍຸດ ຈັນໂອຊາ ໄດ້ປະກາດຍຸດທະສາດສ້າງສາ “ລັດຂອງປະຊາຊົນ” ດ້ວຍເປົ້າໝາຍເສີມຂະຫຍາຍກຳລັງແຮງສັງລວມຂອງ ລັດ, ປະຊາຊົນ ແລະ ປະຊາຄົມວິສາຫະກິດ ເພື່ອແນໃສ່ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງປະເທດຊາດ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສ “ສາມັກຄີແຫ່ງລັດ ແລະ ປະຊາຊົນເພື່ອພື້ນຖານເສດຖະກິດຂອງປະຊາຊົນ” ຢູ່ນະຄອນຫລວງ ບັງກອກ, ທ່ານນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ໃຫ້ຮູ້ວ່າ: ຍຸດທະສາດນີ້ ເພື່ອແນໃສ່ເພີ່ມທະວີກຳລັງແຮງຂອງພື້ນຖານເສດຖະກິດແຕ່ລະດັບຮາກຖານ ແລະ ໜູນຊ່ວຍບັນດາປະຊາຄົມ, ວິສາຫະກິດ ທ້ອງຖິ່ນ. ຕາມນັ້ນ, ການພົວພັນລະຫວ່າງປະຊາຊົນ, ລັດ ແລະ ວິສາຫະກິດຈະສະເໝີພາບ, ມີຄວາມໝາຍວ່າ: ບັນດາຝ່າຍຈະມີຄວາມຮັບຜິດຊອບຄືກັນ, ຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັັນ ເພື່ອບັນລຸເປົ້າໝາຍລວມ ນັ້ນແມ່ນການພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດ. ລັດຖະບານ ໄທ ຈະສວມບົດບາດຜູ້ປະສານງານ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງວິສາຫະກິດເອກະຊົນ ແລະ ປະຊາຊົນ.