ນາໂຕສິ້ນສຸດການສູ້ຮົບ ເປັນເວລາ 13 ປີຢູ່ ອາບການິສະຖານຢ່າງ ເປັນທາງການ
(ພາບ: AP )
(vovworld)- ວັນທີ 28/12, ອົງການນາໂຕໄດ້ສິ້ນສຸດພາລະກຳການສູ້ຮົບທີ່ແກ່ຍາວເປັນເວລາ 13 ປີຢູ່ອາບການິສະຖານຢ່າງເປັນທາງການ ດ້ວຍພິທີທີ່ຈັດຂຶ້ນຢູ່ນະຄອນຫຼວງກາບູນ. ກ່າວຄຳເຫັນທີ່ພິທີ, ນາຍພົນ John Campbell ຫົວໜ້າບັນຊາການກຳລັງນາໂຕ ຢູ່ ອາບການິສະຖານ ໄດ້ຊົມເຊີຍບັນດາຜົນງານບັນລຸໄດ້ໃນການຕ້ານພວກທະຫານກະບົດ Taliban ຢູ່ ອາບການິສະຖານ, ທ່ານຢືນຢັນວ່າ, ນາໂຕຊ່ວຍ ອາບການິສະຖານ ມີຄວາມເຂັ້ມແຂງກ່ວາ ແລະ ເຮັດໃຫ້ບັນດາປະເທດສະມາຊິກມີຄວາມປອດໄພກ່ວາ. ນາຍພົນ John Campbell ກໍ່ຍອມຮັບວ່າເສັ້ນທາງໃນຕໍ່ໜ້າຍັງມີສິ່ງທ້າທາຍຫຼາຍຢ່າງແຕ່ສະແດງຄວາມເຊື່ອໝັ້ນຕໍ່ໄຊຊະນະສຸດທ້າຍ.
ນັບແຕ່ວັນທີ 1/1/2015 ເປັນຕົ້ນໄປທະຫານຂຶ້ນກັບກຳລັງໜູນຊ່ວຍການປ້ອງກັນຄວາມສະຫງົບສາກົນ 12.500 ຄົນຢູ່ ອາບການິສະຖານ ໂດຍອາເມລິກາ ນຳໜ້າຈະບໍ່ເຂົ້າຮ່ວມການສູ້ຮົບ, ຫາກຫັນມາປະຕິບັດໜ້າທີ່ຝຶກອົບຮົມ ແລະ ເປັນທີ່ປຶກສາ./.