ນຳກົດໝາຍເຜີຍແຜ່ຄວາມຮູ້ວິທະຍາສາດເຕັກໂນໂລຢີເຂົ້າລາຍການ ເຮັດວຽກຂອງສະພາແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 20 ທັນວາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສະເໜີບາງເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍການເຜີຍແຜ່ ຄວາມຮູ້ດ້ານ ວິທະຍາສາດແລະເຕັກໂນໂລຢີ.

ນຳກົດໝາຍເຜີຍແຜ່ຄວາມຮູ້ວິທະຍາສາດເຕັກໂນໂລຢີເຂົ້າລາຍການ ເຮັດວຽກຂອງສະພາແຫ່ງຊາດ - ảnh 1 ກອງປະຊຸມສຳມະນາສະເໜີບາງເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍການເຜີຍແຜ່

ຄວາມຮູ້ດ້ານ ວິທະຍາສາດແລະເຕັກໂນໂລຢີ

(ພາບ: vusta.vn)

ບັນດາຄວາມເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ ຕ້ອງປະກາດໃຊ້ກົດໝາຍວ່າດ້ວຍເຜີຍແຜ່ ຄວາມຮູ້ດ້ານວິທະຍາ ສາດແລະເຕັກໂນໂລຢີ, ສຳເລັດຮ່າງກົດໝາຍໂດຍໄວ, ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ນຳກົດໝາຍນີ້ເຂົ້າລາຍການດຳເນີນງານຂອງສະພາແຫ່ງຊາດຂຸດທີ XIV.

        ບັນດາຄວາມເຫັນທີ່ກອງປະຊຸມສຳມະນາເນັ້ນໜັກວ່າ, ຮ່າງກົດ ໝາຍວ່າດ້ວຍເຜີຍແຜ່ຄວາມຮູ້ດ້ານວິທະຍາສາດແລະເຕັກໂນໂລຢີຕ້ອງຫຼີ້ກເວັ້ນບໍ່ໃຫ້ທັບຊ້ອນກັນກັບກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຢີປີ 2013. ຮ່າງກົດໝາຍວ່າດ້ວຍເຜີຍແຜ່ຄວາມຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຢີ ເອົາໃຈໃສ່ເປັນພິເສດເຖິງການປຸກລະດົມ, ສົ່ງເສີມບັນດານັກວິທະຍາສາດຄົ້ນຄ້ວາ, ມີຫົວຄິດປະດິດສ້າງ, ປະດິດບັນດາກິດຈະກຳວິທະຍາສາດເຕັກໂນໂລຢີ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຮ່າງກົດໝາຍນີ້ກໍ່ຕ້ອງໄດ້ຮັບການກໍ່ສ້າງຕາມທິດເປີດ ເພື່ອເໝາະສົມກັບທ່າອ່ຽງພັດທະນາ ວິທະຍາສາດ ເຕັກໂນໂລຢີໃນທົ່ວໂລກ, ເປັນຕົ້ນແມ່ນການປະຕິວັດ ວິທະຍາສາດ ເຕັກໂນໂລຢີ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ