ນຳການພົວພັນຫວຽດນາມ-ຍີ່ປຸ່ນພັດທະນາຂຶ້ນສູ່ລະດັບສູງໃໝ່

ນຳການພົວພັນຫວຽດນາມ-ຍີ່ປຸ່ນພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1
(​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​
ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ)

(vovworld) – ​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຈະ​​ເດີນທາງຢ້ຽມຢາມ ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 15 – 18/9/2015. ວັນ​ທີ 12/9, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ຕອບ​ສຳພາດ​ບາງສຳນັກ​ຂ່າວສານ, ສື່​ມວນ​ຊົນ​ໃຫຍ່​ຂອງ ຍີ່ປຸ່ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນການ​ຢ້ຽມຢາມ ຍີ່ປຸ່ນ​ ຄັ້ງ​ທຳອິດ​ຢ່າງ​ເປັນ​ທາງ​ການ ​ໃນ​ຖານະ​ຕຳ​ແໜ່ງ​ເລຂາທິການ​ໃຫຍ່ ຕາມ​ຄຳ​ເຊີນ​ຂອງ​ທ່າ​ນນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe. ດ້ວຍ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫວຽດນາມ ຢືນຢັນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື ຍີ່ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ, ຊຸກຍູ້​ຮອບດ້ານ ​ແລະ ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດຢ່າງ​ເລິກ​ເລິ່ງ, ກ້ວາງ​ຂວາງ​ກ່ວາ ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ທີ່​ເລິກ​ເລິ່ງກ້ວາງ​ຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຈະ​ສືບ​ຕໍ່​ພັດທະນາ​ນັບ​ມື້​ນັບ​ຮອບດ້ານ ​ແລະ ​ເລິກ​ເລິ່ງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ