ນຳການພົວພັນຫວຽດນາມ-ລາວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່
ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງ ຕ້ອນຮັບທ່ານຮອງປະທານປະເທດລາວ ບຸນຍັງ ວໍລະຈິດ
(ພາບ:An Dang/TTXVN)
|
(vovworld) - ຕອບບ່າຍວັນທີ 7/7, ຢູ່ສຳນັກງານສູນກາງພັກ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລາວ ໂດຍທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ນຳໜ້າ, ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢືນຢັນວ່າ: ລາວ ພ້ອມກັບ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່; ປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ພັກ, 2 ລັດຢ່າງມີປະສິດທິຜົນ. ສ່ວນທ່ານ ເລຮົ່ງແອງກໍຢືນຢັນວ່າ: ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໄດ້ກາຍເປັນຊັບສົມບັດລວມທີ່ລ້ຳຄ່າຂອງປະຊາຊົນ 2 ປະເທດ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ລາວ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ສືບທອດໃຫ້ຄົນລຸ້ນຫລັງ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ມີການເຮັດວຽກກັບທ່ານ ໂຕຮູຍເຣື້ອ ຫົວໜ້າຄະນະຈັດຕັ້ງສູນກາງ ກ່ຽວກັບວຽກງານກໍ່ສ້າງພັກ.