ທ່ານປະທານປະເທດ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Saleh Abidi ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ
(vovworld) - ຕອນບ່າຍວັນທີ 04/10, ຢູ່ ຮ່າໂນ້ຍ ການຕ້ອນຮັບທ່ານ Saleh Abidi ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ອວຍພອນທ່ານເອກອັກຄະລັດຖະທູດ Saleh Abidi ປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນ ຫວຽດນາມ - ອີຣານ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນການມາຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອີຣານ Hassan Rouhaniທີ່ຈະມາເຖິງ . ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ໝາກຜົນແຫ່ງການຢ້ຽມຢາມຂອງທ່ານປະທານາທິບໍດີ Hassan Rouhani ຈະແມ່ນຂີດໝາຍສຳຄັນ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອີຣານ ຂຶ້ນສູ່ລະດັບສູງໃໝ່.
ສ່ວນທ່ານເອກອັກຄະລັດຖະທູດ Saleh Abidi ໃຫ້ຮູ້ວ່າ: ອີຣານ ມີທ່າແຮງໃນບັນດາຂົງເຂດເຕັກໂນໂລຢີ ນາໂນ, ຈຸລັງ, ອາວະກາດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດດັ່ງກ່າວ. ອີຣານ ຕັດສິນໃຈຍົກວົງເງິນການຄ້າ 2 ສົ້ນຂຶ້ນ, ເພີ່ມທະວີການຮ່ວມມືເສດຖະກິດກັບ ຫວຽດນາມ.