ຂົວຂ້າມແຍກ ກີມໝາ- ຫງວຽນຈີແທງ
|
(vovworld)- ຕອນເຊົ້າວັນທີ 5/10, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີນຳຂົວຂ້າມທາງແຍກ ກີມໝາ- ຫງວຽນຈີແທງ ເຂົ້າເຄື່ອນໄຫວ ພາຍຫລັງກໍ່ສ້າງມາເປັນເວລາ ກວ່າ 8 ເດືອນ. ນີ້ແມ່ນຂົວຂ້າມທາງແຍກແຫ່ງທີ 7 ຢູ່ ນະຄອນຫລວງ ຮ່າໂນ້ຍໄດ້ນຳເຂົ້າເຄື່ອນໄຫວ ປະກອບສ່ວນຫລຸດຜ່ອນສະພາບລົດຕິດໃນຕົວເມືອງ.
ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຍ້ອງຍໍຄວາມມານະພະຍາຍາມຂອງບັນດາຫົວຫນ່ວຍປະຕິບັດການກໍ່ສ້າງຂົວໄດ້ສຳເລັດກ່ອນຄາດໝາຍວາງອອກ ພ້ອມທັງຊີ້ນຳບັນດາຫົວຫນ່ວຍກ່ຽວຂ້ອງຈັດຕັ້ງການສັນຈອນໃຫ້ແກ່ບັນດາຍານພາຫະນະຢ່າງມີປະສິດທິຜົນ, ວິທະຍາສາດ ແລະ ປອດໄພ.
“ດ້ວຍການປະຕິບັດຢ່າງມີຫົວຄິດປະດິດສ້າງນີ້ ແມ່ນຫລຸຸດຜ່ອນສະພາບລົດຕິດຢູ່ ນະຄອນຫລວງ ລົງສ່ວນຫນຶ່ງ ແລະ ໄລຍະຕໍ່ມາພວກເຮົາສືບຕໍ່ຈະປະຕິບັດ ກິດຈະກຳຫລາຍແຫ່ງຕື່ມອີກ. ຂ້າພະເຈົ້າສະເຫນີ ອຳນາດການປົກຄອງນະຄອນ ແລະ ບັນດາກະຊວງ, ຂະແຫນງການ ສືບຕໍ່ຜັນຂະຫຍາຍມະຕິເລກທີ 13 ກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ ແລະ ປະຕິບັດການວາງແຜນຜັງຕົວເມືອງຢ່າງເຂັ້ມງວດ.”