ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ ລັດ​ເຊຍ ກັບ​ຄືນ​ມາປະ​ເທດ

(VOVWORLD) -ຜູ້ໂດຍສານ ແລະ ຈຸບິນຕ່າງກໍປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ.
ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ ລັດ​ເຊຍ ກັບ​ຄືນ​ມາປະ​ເທດ - ảnh 1ພົນລະເມືອງຫວຽດນາມກວ່າ 340 ຄົນ ກັບຄືນປະເທດຢ່າງປອດໄພ (ພາບ: TTXVN)

ໃນວັນທີ 24 – 25 ທັນວາ 2020, ບັນດາອົງການທີ່ມີໜ້າທີ່ ຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລັດເຊຍ ຈັດຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມກວ່າ 340 ຄົນ ກັບຄືນປະເທດຢ່າງປອດໄພ. ໃນນັ້ນລວມມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຜູ້ເຈັບປ່ວຍ, ແມ່ຍິງຖືພາ, ຊາວຜູ້ອອກແຮງງານທີ່ມີວີຊາ ຫຼື ສັນຍາແຮງງານໝົດກຳນົດ,  ນັກສຶກສາທີ່ສຳເລັດຫຼັກສູດການຮຽນ ບໍ່ມີບ່ອນເຊົາ ຍ້ອນຫໍພັກປິດປະຕູ ແລະ ບັນດາກໍລະນີຫຍຸ້ງຍາກອື່ນ.ໃນຕະຫຼອດໄລຍະເດີນທາງ, ຜູ້ໂດຍສານ ແລະ ຈຸບິນຕ່າງກໍປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ກາມແຣງ, ຜູ້ໂດຍສານທັງໝົດ ໄດ້ປະຕິບັດການກວດສຸຂະພາບ ແລະ ແຍກຕົວຖືກຕ້ອງຕາມຂໍ້ກຳນົດ.


ຕອບກັບ

ຂ່າວ/ບົດ​ອື່ນ