ບັກ​ຢາງ ກຽມ​ສົ່ງ​ໝາກ​ລີ້ນ​ຈີ່​ໄປ​ຍັງ​ຍີ່​ປຸ່ນ

(VOVWORLD) -ໝາກລີ້ນຈີ່ຂອງຫວຽດນາມງວດທຳອິດກຽມຈະສົ່ງອອກໄປຍັງຍີ່ປຸ່ນຈະເລີ່ມດຳເນີນໃນເວລາ 2 ອາທິດຈະມາເຖິງ. ເພື່ອໃຫ້ໄດ້ສົ່ງອອກໄປຍັງຍີ່ປຸ່ນ, ໝາກລີ້ນຈີ່ໄດ້ຮັບການບົວລະບັດຮັກສາເປັນພິເສດໃນເວລາ 100 ວັນ.
ບັກ​ຢາງ ກຽມ​ສົ່ງ​ໝາກ​ລີ້ນ​ຈີ່​ໄປ​ຍັງ​ຍີ່​ປຸ່ນ - ảnh 1ໝາກລີ້ນຈີ່ບັກຢາງ 

ພຽງແຕ່ 1 ປີທີ່ຜ່ານມາ, ເນື້ອທີ່ປູກໝາກລີ້ນຈີ່ຂອງແຂວງບັກຢາງບັນລຸມາດຕະຖານ GlobalGrap ໄດ້ເພີ່ມຂຶ້ນທົບ 2 ເທົ່າແຕ່ 40 ຫາ 80 ເຮັກຕາ. ເນື້ອທີ່ປູກໝາກລີ້ນຈີ່ບັນລຸມາດຕະຖານ Vietgrap ກໍ່ເພີ່ມຂຶ້ນຕື່ມອີກ 1000 ເຮັກຕາ. ຄຸນນະພາບຂອງໝາກລີ້ນຈີ່ກໍ່ໄດ້ຍົກສູງຂຶ້ນຫຼາຍທີ່ສຸດເພື່ອສາມາດສົ່ງອອກໄປຍັງບັນດາຕະຫຼາດທີ່ມີມາດຕະຖານສູງໃນໂລກ ແລະ ເພື່ອໃຫ້ໄດ້ສົ່ງອອກໄປຍັງຍີ່ປຸ່ນ, ໝາກລີ້ນຈີ່ຢູ່ ບັກຢາງຕ້ອງຜ່ານຂະບວນການບົວລະບັດຮັດສາ, ໃສ່ຝຸ່ນ, ເກັບກູ້, ຂົນສົ່ງ…ຢ່າງເຂັ້ມງວດ.

ໝາກລີ້ນຈີ່ໄດ້ນຳເອົາແບບຢ່າງໄປວິໄຈເປັນ 5 ຄັ້ງກ່ອນທີ່ຈະເກັບກູ້. ຫຼັງຈາກເກັບກູ້ແລ້ວ, ໝາກລີ້ນຈີ່ຈະໄດ້ສົ່ງໄປຍັງໂຮງງານຢ່າງທັນທີເພື່ອປະຕິບັດການ ແຊ່ເຢັນ, ຂ້າເຊື້ອ ແລະ ຫຸ້ມຫໍ່.

ຕອບກັບ

ຂ່າວ/ບົດ​ອື່ນ