ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ
ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບິ່ງດິ້ງ
(ພາບ: ກະສິກຳ)
(vovworld) – ໃນວັນທີ 26/6, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບິ່ງດິ້ງ. ທ່ານປະທານປະເທດ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງ ຂອງແຂວງບິ່ງດິ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ໜ້າທີ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ແຂວງບິ່ງດິ້ງ ນອນໃນເຂດເສດຖະກິດ ຈຸດສຸມທາງພາກກາງ, ມີຝັ່ງທະເລຍາວ 134 ກິໂລແມັດ, ມີທີ່ຕັ້ງດ້ານພູມສາດການເມືອງ ຍຸດທະສາດສຳຄັນ ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ມີມູນເຊື້ອຕໍ່ສູ້ປະຕິວັດ ອົງອາດກ້າຫານ, ບໍ່ຍອມຈຳນົນ… ນີ້ແມ່ນບັນດາກຳລັງ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງແຂວງບິ່ງດິ້ງ ໃນໜ້າທີ່ພັດທະນາເສດຖະກິດ, ສັງຄົມ ໃນໄລຍະຈະມາເຖິງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ ອົງຄະນະພັກ, ອຳນາດການປົກຄອງແຂວງ ສຸມໃສ່ການຊີ້ນຳນຳພາຍູ້ແຮງການພັດທະນາອຸດສາຫະກຳ. ແຂວງຕ້ອງມີນະໂຍບາຍກໍ່ສ້າງແຂວງບິ່ງດິ້ງ ໃຫ້ກາຍເປັນສູນເສດຖະກິດທະເລ, ເປັນສູນການຄ້າບໍລິການ, ການທ່ອງທ່ຽວທີ່ມີຄຸນນະພາບສູງ. ແລະກໍ່ໃນວັນທີ 26/6, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແມ່ຫວຽດນາມວິລະຊົນຈຳນວນນຶ່ງ ຢູ່ນະຄອນກຸຍເຢີນ, ໄປຢ້ຽມຢາມ ສູນສາກົນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ.