(vovworld) - ຕອນຄ່ຳວັນທີ 01/01, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງບິ່ງເຢືອງແຂວງ 20 ປີແຫ່ງການພັດທະນາ (1977 - 2017). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ນີ້ແມ່ນເຫດການການເມືອງສຳຄັນ, ເປັນຂີດໝາຍໃນການເຕີບໂຕ ແລະ ພັດທະນາກະໂດດຂັ້ນຂອງບິ່ງເຢືອງ. ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ແຂວງບິ່ງເຢືອງ ຕ້ອງເປັນແຂວງນຳໜ້າໃນການປະຕິບັດການຊີ້ນຳລວມຂອງລັດຖະບານ ດ້ວຍຫົວຂໍ້ປີ 2017 ແມ່ນ “ເພີ່ມທະວີກົດລະບຽບ, ຍົກສູງໜ້າທີ່ຮັບຜິດຊອບ, ແຂ່ງຂັນຢ່າງມີຫົວຄິດປະດິດສ້າງ, ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ”. ເພື່ອປະຕິບັດໜ້າທີ່ນັ້ນ, ບິ່ງເຢືອງ ຕ້ອງສູ້ຊົນປະຕິບັດບັນດາຄາດໝາຍໃຫ້ສຳເລັດລື່ນກາຍ, ໜ້າທີ່ທີ່ໄດ້ວາງອອກໃຫ້ປີ 2017 ແລະ ໃນຊຸມປີຕໍ່ໆໄປ, ເພື່ອຮອດປີ 2020 ບິ່ງເຢືອງໄດ້ກາຍເປັນນະຄອນຂຶ້ນກັບສູນກາງ.
“ນັ້ນແມ່ນພັດທະນາພື້ນຖານອຸດສາຫະກຳນຳໜ້າ, ປ່ຽນໃໝ່, ອີງໃສ່ພື້ນຖານມີຫົວຄິດປະດິດສ້າງ, ມີການແຜ່ລາມ, ຂຸດຄົ້ນແຫຼ່ງກຳລັງໃຫ້ການແກ່ງແຍ້ງທີ່ປອດໄສ ພ້ອມກັນກ້າວໜ້າລະຫວ່າງບັນດາທ້ອງຖິ່ນ ກໍຄືໃນທົ່ວວິວັດທະນາການພັດທະນາຂອງແຂວງບິ່ງເຢືອງ. ເສີມຂະຫຍາຍບົດບາດເປັນກຳລັງໜູນນຳພາເສດຖະກິດທົ່ວເຂດຢ່າງບໍ່ຢຸດຢັ້ງ, ຊຸກຍູ້ເຂດພາກຕາເວັນອອກທິດໃຕ້ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມໃນການເຊື່ອມໂຍງເຂົ້າກັບເຄືອຂ່າຍຜະລິດທົ່ວໂລກ, ພ້ອມທັງມຸ່ງໄປສູ່ບັນດາທີ່ຕັ້ງສູງກວ່າໃນລະບົບມູນຄ່າສາກົນ.”