(vovworld) – ບົດລາຍງານສິດທິມະນຸດປີ 2013 ຂອງອາເມລິກາບໍ່ສ່ອງແສງສະພາບຢູ່ຫວຽດນາມຢ່າງພາວະວິໄສ - ນີ້ແມ່ນຄຳຢັ້ງຢືນຂອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ ໃນວັນທີ 28/2. ຕາມທ່ານ ເລຫາຍບີ່ງ ແລ້ວ, ການຮັບປະກັນສິດທິມະນຸດແມ່ນເນື້ອໃນຈຸດສຸມໃນບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກທີ່ວາລະທົບທວນປະຈຳໄລຍະ 2 (ເດືອນ 2/2014).
ຂໍ້ສັງເກດຈຳນວນໜຶ່ງກ່ຽວກັບ ຫວຽດນາມ ທີ່ຍົກອອກມາໃນບົດລາຍງານກ່ຽວກັບສິດທິມະນຸດຂອງ ກະຊວງການຕ່າງປະເທດ ອາເມລິກາ ປີ 2013 ໄດ້ອີງໃສ່ບັນດາຂໍ້ມູນຂ່າວບໍ່ຖືກຕ້ອງ, ບໍ່ສ່ອງແສງຄວາມຈິງກ່ຽວກັບສະພາບສິດທິມະນຸດຢູ່ ຫວຽດນາມຢ່າງພາວະວິໄສ.
ບົນຈິດໃຈກົງໄປກົງມາ ແລະ ສ້າງສັນນັ້ນ, ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໂອ້ລົມສົນທະນາກັບບັນດາປະເທດທີ່ຍັງມີທັດສະນະແຕກຕ່າງກັນກັບ ຫວຽດນາມ ໃນຂົງເຂດສິດທິມະນຸດ, ໃນນັ້ນມີ ອາເມລິກາ ເພື່ອແນໃສ່ເພີ່ມທະວີຄວາມເຂົາອົກເຂົ້າໃຈ, ຮັດແຄບຄວາມແຕກຕ່າງກັນ, ຜ່ານນັ້ນຍົກສູງລັກສະນະຊັດເຈນ ແລະ ພາວະວິໄສໃນການຕີລາຄາກ່ຽວກັບສະພາບສິດທິມະນຸດຢູ່ຫວຽດນາມ.