(ພາບປະກອບ)
(vovworld) - ໃນຊຸມມື້ໃກ້ຈະຮອດບຸນປີໃໝ່, ບັນຍາກາດເຮັດວຽກຢູ່ສູນບັນຊາໂຮງງານກັ່ນນ້ຳມັນ ຢຸງກວ໋ດ ຍັງດຳເນີນໄປເປັນປົກກະຕິ. ຖັນແຖວນັກວິຊາວະກອນເຮັດວຽກຢູ່ທີ່ນີ້ລ້ວນແຕ່ແມ່ນຊາວຫວຽດນາມ. ປີ 2012, ວຽກງານເຄື່ອນໄຫວຕົ້ນຕໍ່ລ້ວນແຕ່ແມ່ນຜູ້ຊ່ຽວຊານຕ່າງປະເທດຮັບຜິດຊອບ. ສິ່ງດັ່ງກ່າວສະແດງໃຫ້ເຫັນການເຕີບໃຫຍ່ຂອງຖັນແຖວນັກວິຊາວະກອນຫວຽດນາມ ໃນເລື່ອງກຳແໜ້ນເຕັກໂນໂລຊີທີ່ກ້າວໜ້າກ່ຽວກັບການກັ່ນນ້ຳມັນ. ນັກວິຊາວະກອນ ຟ້າມວັນຮ່ວາງ, ບ້ານເກີດຢູ່ແຂວງ ບັກຢາງ ເຮັດວຽກຢູ່ໂຮງງານກັ່ນນ້ຳມັນ ຢຸງກວ໋ດ ມາໄດ້ 5 ປີແລ້ວ ແບ່ງປັນວ່າ.
“ບຸນປີໃໝ່ປີນີ້ຂ້າພະເຈົ້າປະຈຳການ. ເຖິງວ່າຫ່າງຈາກບ້ານເກີດເມືອງນອນ ແລະ ຄິດຮອດຄອບຄົວກໍຕາມ, ແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກການນຳໂຮງງານ ພວກຂ້າພະເຈົ້າກໍຮູ້ສຶກໄດ້ວ່າ ເຖິງບັນຍາກາດບຸນປີໃໝ່ມີຄວາມອົບອຸ່ນທີ່ສຸດ. ຢູ່ທີ່ນີ້, ອ້າຍນ້ອງປະຈຳການຫຼາຍຄົນ. ຍາມໃດຂ້າພະເຈົ້າກໍຖືໜ້າທີ່ຮັບຜິດຊອບເປັນສຳຄັນ”.