ບັນດາກອງປະຊຸມສຳຄັນໃນຂອບເຂດເວທີປາໄສທ່ອງທ່ຽວ ອາຊຽນ (ATF) 2019
(VOVWORLD) - ວັນທີ 15 ມັງກອນ, ທີ່ ຮ້າລອງ, ແຂວງ ກວາງນິງ ໄດ້ດຳເນີນກອງປະຊຸມທ່ອງທ່ຽວ ອາຊຽນ - ສະຫະພັນ ລັດເຊຍ ຄັ້ງທີ 9 ໃນຂອບເຂດເວທີປາໄສທ່ອງທ່ຽວ ອາຊຽນ (ATF)
ທ່ານ Nicolai Korolev, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວສະຫະພັນ ລັດເຊຍ |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນການທ່ອງທ່ຽວລະຫວ່າງ ອາຊຽນ ແລະ ລັດເຊຍ; ພ້ອມທັງໄດ້ຍົກອອກມາບັນດາການຕີລາຄາກ່ຽວກັບສິ່ງຈຳກັດໃນການຮ່ວມມືທ່ອງທ່ຽວລະຫວ່າງ 2 ຝ່າຍ. ຝ່າຍ ລັດເຊຍ ກໍ່ຕີລາຄາສູງຄຸນນະພາບການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ, ລະດັບຳການປ້ອງກັນຄວາມປອດໄພໃຫ້ແຂກທ່ອງທ່ຽວ ລັດເຊຍ, ແຕ່ຝ່າຍ ລັດເຊຍ ກໍ່ຖືວ່າ: ການຮ່ວມມືທ່ອງທ່ຽວ 2 ຝ່າຍລະຫວ່າງ ອາຊຽນ ແລະ ສະຫະພັນ ລັດເຊຍ ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ. ເພື່ອຍົກສູງປະສິດທິພາບການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ຝ່າຍໃຫ້ດີກ່ວາອີກ, ຜູ້ຕາງໜ້າ ລັດເຊຍ ໄດ້ສະເໜີວ່າ: ຄວນເພີ່ມທະວີບັນດາຊຸດບຳລຸງສ້າງ, ຍົກລະດັບພາສາ ລັດເຊຍ ແລະ ບາງມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ໂດຍຜ່ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ (ICT).
ແລະກໍ່ໃນວັນດຽວກັນ, ກອງປະຊຸມວຽກງານການທ່ອງທ່ຽວລະຫວ່າງ ອາຊຽນ - ອິນເດຍ ຄັ້ງທີ 21 ກໍ່ໄດ້ດຳເນີນ. ກອງປະຊຸມໂດຍພາຍໃຕ້ການເປັນປະທານຮ່ວມຂອງປະເທດເຈົ້າພາບ ຫວຽດນາມ ແລະ ອິນເດຍ.