ບັນ​ດາ​ການ​ນຳ​ລັດ​ເຊຍ ເບ​ລາ​ຣຸດ​ຊີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ

(VOVWORLD) -ບັນດາການເຈລະຈາລະຫວ່າງການນຳ 2 ປະເທດ ລັດເຊຍ ແລະ ເບລາຣຸດຊີ ມີບັນດາຫົວຂໍ້ຫຼັກ ກ່ຽວຂ້ອງເຖິງບັນດາໂຄງການລວມ ທາງດ້ານການຄ້າ ແລະ ເສດຖະກິດ, ກໍ່ຄືການກະກຽມໃຫ້ແກ່ການນຳໂຮງງານໄຟຟ້າ ປາລະມະນູ ເບລາຣຸດຊີ ເຂົ້າເຄື່ອນໄຫວ.
ບັນ​ດາ​ການ​ນຳ​ລັດ​ເຊຍ ເບ​ລາ​ຣຸດ​ຊີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ເບລາຣຸດຊີ Alexander Lukashenko (ພາບ: Tass)

ວັນທີ 29 ພຶດສະພາ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ເບລາຣຸດຊີ Alexander Lukashenko ສືບຕໍ່ ການເຈລະຈາ ຢູ່ Sochi ເນື່ອງໃນໂອກາດໄປຢ້ຽມຢາມ ລັດເຊຍ ຂອງທ່ານ Alexander Lukashenko ແຕ່ວັນທີ 28 ພຶດສະພາ.

ສອງຫົວຂໍ້ໃຫຍ່ໃນການເຈລະຈາແມ່ນ ບັນດາບັນຫາພັດທະນາການຮ່ວມມື ເສດຖະກິດ ແລະ ການຄ້າ ລະຫວ່າງ ລັດເຊຍ ແລະ ເບລາຣຸດຊີ ໃຫ້ຫຼາຍກ່ວາອີກ, ກໍ່ຄືບັ້ນຕໍ່ສູ້ຕ້ານໂລກລະບາດ ໂຄວິດ - 19. ລັດເຊຍ ໄດ້ຫັນດີຈະສົ່ງຈຳນວນເງິນ 500 ລ້ານ USD ຊຶ່ງແມ່ນຄັ້ງທີ 2 ຂອງບ້ວງເງິນກູ້ຢືມແຫ່ງລັດ ໃຫ້ແກ່ ເບລາຣຸດຊີ ໃນໄລຍະຈະມາເຖິງ. ເບລາຣຸດຊີ ຈະຮັບບ້ວງເງິນຄັ້ງນີ້ໃນທ້າຍເດືອນ ມິຖຸນາ ຕາມແຜນການກ່ອນໜ້ານັ້ນ.

ກ່ອນໜ້ານັ້ນ, ບັນດາການເຈລະຈາລະຫວ່າງການນຳ 2 ປະເທດ ລັດເຊຍ ແລະ ເບລາຣຸດຊີ ມີບັນດາຫົວຂໍ້ຫຼັກ ກ່ຽວຂ້ອງເຖິງບັນດາໂຄງການລວມ ທາງດ້ານການຄ້າ ແລະ ເສດຖະກິດ, ກໍ່ຄືການກະກຽມໃຫ້ແກ່ການນຳໂຮງງານໄຟຟ້າ ປາລະມະນູ ເບລາຣຸດຊີ ເຂົ້າເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ