(VOVWORLD) -2 ຝ່າຍໄດ້ຍິງປືນ ແລະ ເກີດເຫດລະເບີດຄັ້ງໃຫຍ່ຢູ່ອ້ອມນະຄອນເຮັດໃຫ້ໂຮງໝໍ 6 ແຫ່ງຢູ່ Tripoli ຖືກເປເພ.
ນາຍທະຫານຂຶ້ນກັບກະຊວງປ້ອງກັນປະເທດ ລີບີ
(ພາບປະກອບ: AFP/TTXVN)
|
ຕາມການສະຖິຕິໃນເບື້ອງຕົ້ນ, ຢ່າງໜ້ອຍສຸດມີສາມັນຊົນ 13 ຄົນເສຍຊີວິດ, ເກືອບ 100 ຄົນຖືກບາດເຈັບໃນການປະທະກັນຢູ່ນະຄອນຫຼວງ Tripoli ຂອງ ລີບີ ໃນວັນທີ 26 ແລະ 27 ສິງຫາ. ໃນບັນດາການປະທະກັນລະຫວ່າງຜູ້ສະໜັບສະໜູນ 2 ອຳນາດການປົກຄອງຝ່າຍເປັນປໍລະປັກກັນຂອງ ລີບີ, 2 ຝ່າຍໄດ້ຍິງປືນ ແລະ ເກີດເຫດລະເບີດຄັ້ງໃຫຍ່ຢູ່ອ້ອມນະຄອນດັ່ງກ່າວ, ເຮັດໃຫ້ໂຮງໝໍ 6 ແຫ່ງຢູ່ Tripoli ຖືກເປເພ. ການປະທະກັນດັ່ງກ່າວສ້າງຄວາມວິຕົກກັງວົນເກີດວິກິດການດ້ານການເມືອງໃນປະຈຸບັນ ອາດຈະກາຍເປັນການປະທະກັນຄັ້ງໃໝ່ ດ້ວຍຂອບຂະໜາດໃຫຍ່ຢູ່ປະເທດນີ້. ທ່ານນາຍົກລັດຖະມົນຕີເອກະພາບແຫ່ງຊາດ ລີບີ (GNU) Abdulhamid Dbeibah ແຈ້ງໃຫ້ຊາບວ່າ ການປະທະກັນເກີດຂຶ້ນ ພາຍຫຼັງບັນດາການເຈລະຈາ ເພື່ອແນໃສ່ຫຼີກລ້ຽງການປະທະກັນ ຢູ່ນະຄອນທາງທິດທິດຕາເວັນຕົກ Tripoli ຖືກປະລາໄຊ.
ຕໍ່ໜ້າສະພາບການດັ່ງກ່າວ, ຄະນະຜູ້ແທນໜູນຊ່ວຍຂອງສະຫະປະຊາຊາດ ປະຈຳ ລີບີ ຮຽກຮ້ອງ “ຈົ່ງຢຸດຕິທຸກການກະທຳເປັນປໍລະປັກໂດຍທັນທີ”, ໃນຂະນະນັ້ນ, ສະຖານທູດ ອາເມລິກາ ປະຈຳ ລີບີ ໄດ້ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ກ່ຽວກັບບັນດາເຫດປະທະກັນ.