ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 122 ປີ ແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ

ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 122 ປີ ແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ - ảnh 1
ຢູ່ຕໍ່ໜ້າຫໍພິພິຕະພັນ, ສາຂາ ຢາລາຍ ແລະ ກອນຕຸມ
(ພາບ: Thanh Nhat)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890 – 19/5/2012) ​ແລະ ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຢາ​ລາຍ (24/5/1932 – 24/5/2012), ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ, ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈີ​ມິນ, ປະຕິບັດ​ມະ​ຕິກ​ອງປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11, ຕອນ​ເຊົ້າ​ວັນ​ທີ 15/5, ຫໍພິພິຕະພັນ ​ໂຮ່ຈີ​ມິນ ສາຂາ ​ແຂວງ ຢາ​ລາຍ ​ແລະ ກອນ​ຕຸ​ມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ​ຢ່າງສົມ​ກຽດດ້ວຍ​ຫົວ​ຂໍ້​ວ່າ: “ປະທານ ​ໂຮ່ຈີ​ມິນ ກັບ​ບັນ​ຫາ​ກໍ່ສ​້າງ, ປັບປຸງ​ພັກ”. ງານ​ວາງສະ​ແດງ​ຄັ້ງ​ນີ້ ​ໄດ້​ວາງສະ​ແດງ ຮູບ​ພາບ 148 ​ແຜ່ນ ​ແລະ ​ເອກະສານ​ຕ່າງໆ​ເຊິ່ງ​ໄດ້​ແບ່ງ​ເປັນ 3 ພາກ​ສ່ວນ​ຕົ້ນ​ຕໍຄື: ປະທານ ​ໂຮ່ຈີ​ມິນ - ຜູ້​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ ​ໂຮ່ຈີ​ມິນ ກັບ​ບັນຫາ​ກໍ່​ສ້າງ, ປັບປຸງ​ພັກ ​ແລະ ບັນດາ​ຮູບ​ພາບ​ກ່ຽວ​ກັບ​ພັກ​ກອມ​ມູນິດ​ຫວຽດນາມ, ອົງຄະ​ນະ​ພັກ​ແຂວງ ຢາ​ລາຍ ກໍ່ສ້າງ, ປັບປຸງ​ພັກ​ຕາມ​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ​ ຢ່າງ​ບໍ່​ຢຸດ​ຢັ້ງ. ຜ່ານ​ງານ​ວາງສະ​ແດງ​ຄັ້ງນີ້ ​ໄດ້​ປະກອບສ່ວນ​ປຸກລະດົມ, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ຍູ້​ແຮງ​ພາລະກິດ​ກໍ່ສ້າງ, ປັບປຸງ​ພັກ, ຍົກ​ສູງ​ກຳລັງ​ການ​ນຳພາ, ກຳລັງ​ສູ້​ຮົບຂອງ​ພັກ, ສະກັດ​ກັ້ນການ​ຊຸດ​ໂຊມ​ດ້ານ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​, ​ເປັນແບບຢ່າງ​ຂອງ​ສະມາຊິກ​ພັກ​ແຕ່ລະຄົນ. ຜ່ານ​ນັ້ນ, ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ພັກ ກັບ​ໝູ່​ມະຫາຊົນ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ຂອງ​ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 11 ຂອງພັກ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ທີ່ອົງຄະ​ນະ​ພັກ​ແຂວງ ຢາ​ລາຍ​ໄດ້​ວາງ​ອອກຢ່າງ​ມີ​ໄຊ. ງານ​ວາງສະ​ແດງ​ຈະ​ແກ່​ຍາວ​ຮອດ​ວັນ​ທີ 25/5.

ຂ່າວ/ບົດ​ອື່ນ