(VOVWORLD) -ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016 – 2020 ເຄື່ອນໄຫວໄປໄດ້ເຄິ່ງໄລຍະແລ້ວ.
ສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”
(ພາບ: TTXVN)
|
ດ້ວຍການລົງທຶນຂອງລັດ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມ ແລະ ສະຕິບືນຕົວຂຶ້ນດ້ວຍຕົນເອງເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງບັນດາທ້ອງຖິ່ນ, ມາຮອດປະຈຸບັນມີ 8 ເມືອງໄດ້ຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກແລ້ວ, 38 ຕາແສງໄດ້ຫຼຸດພົ້ນອອກຈາກສະພາບທຸກຍາກເປັນພິເສດ, ປະຕິບັດສຳເລັດມາດຕະຖານກໍ່ສ້າງຊົນນະບົດໃໝ່. ອັດຕາຄອບຄົວທຸກຍາກທົ່ວປະເທດໄດ້ຫຼຸດລົງສະເລ່ຍເກືອບ 1,6% ລື່ນຄາດໝາຍເຊິ່ງສະພາແຫ່ງຊາດໄດ້ວາງອອກ. ເພື່ອມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເຊິ່ງລັດຖະບານຫວຽດນາມ ໄດ້ວາງອອກ, ທ່ານ ໂງເຈື່ອງທີ, ຫົວໜ້າກົມ, ຫົວໜ້າຫ້ອງການແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ), ໃຫ້ຮູ້ວ່າ.
“ວິວັດການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ, ພວມເຮົາຕ້ອງປະເຊີນຢ່າງຕໍ່ເນື່ອງຕໍ່ກັບບັນດາຜົນເສຍຫາຍຈາກໄພທຳມະຊາດ, ນ້ຳຖ້ວມຂອງປີ 2016 ແລະ 2017. ມີຫຼາຍກິດຈະກຳເຊິ່ງພວກເຮົາພວມລົງທຶນຖືກທຳລາຍຍ້ອນໄພທຳມະຊາດ. ມີຫຼາຍບໍ່ພຽງແຕ່ຖືກສູນເສຍເຮືອນຊານເທົ່ານັ້ນ, ຫາກຊ້ຳບໍ່ໜຳນັງສູນເສຍທັງຍາດຕິພີ່ນ້ອງອີກດ້ວຍ. ນັ້ນແມ່ນບັນດາບັນຫາເຊິ່ງພວກເຮົາຕ້ອງມີມາດຕະການແກ້ໄຂ, ເຮັດແນວໃດເພື່ອໃຫ້ບັນຫາຫຼຸດຜ່ອນຄວາມທຸກຍາກ ຕິດພັນກັບບັນຫາການປ່ຽນແປງຂອງດິນຟ້າອາກາດ, ບັນຫາຫຼຸດຜ່ອນຄວາມເສຍຫາຍໂດຍທຳມະຊາດກໍ່ຂຶ້ນໃຫ້ຢູ່ໃນລະດັບຕ່ຳສຸດ. ພວກເຮົາຄວນຫັນປ່ຽນວິທີສຳພັດການວັດແທກຄວາມທຸກຍາກດ້ວຍຫຼາຍທາງ…”
ແລະກໍ່ໃນໂອກາດນີ້, ວັນທີ 16 ຕຸລາ, ຢູ່ສູນກອງປະຊຸມແຂວງທ໊າຍບິ່ງ, ຄະນະຂົນຂວາຍກອງທຶນ “ເພື່ອຄົນທຸກຍາກ” ໄດ້ປຸກລະດົມ “ເດື່ອນຈຸດສຸມເພື່ອຄົນທຸກຍາກ” ປີ 2018. ເນື່ອງໃນໂອກາດນີ້, ມີ 75 ໝູ່ຄະນະ, ສ່ວນບຸກຄົນໄດ້ຈົດທະບຽນສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ຂອງແຂວງດ້ວຍຈຳນວນເງິນກວ່າ 1,3 ຕື້ດົ່ງ.
ທີ່ພິທີປຸກລະດົມເດືອນຈຸດສຸມ “ເພື່ອຄົນທຸກຍາກ” ປີ 2018, ທົ່ວແຂວງບັ໊ກຢາງ ໄດ້ສູ້ຊົນປະຕິບັດສຳເລັດການສ້ອມແປງ, ກໍ່ສ້າງເຮືອນຫຼັງໃໝ່ໄດ້ປະມານ 450 ຫຼັງ ເພື່ອມອບໃຫ້ຄົນທຸກຍາກກ່ອນບຸນເຕັດ 2019.