ບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອຂ່ຳນັບຮັບຕ້ອນ “ວັນບຸນປ້ອງກັນຊາຍແດນທົ່ວປວງຊົນ”

(VOVWORLD) -ທະຫານປ້ອງກັນຊາຍແດນແຂວງ ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເມື່ອທຽນເຫ້ວ ເປີດສະຫຼອງໂຮງຮຽນ, ເຮືອນມະຫາສາມັກຄີ
ບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອຂ່ຳນັບຮັບຕ້ອນ “ວັນບຸນປ້ອງກັນຊາຍແດນທົ່ວປວງຊົນ” - ảnh 1ພິທີເປີດສະຫຼອງເຮືອນມະຫາສາມັກຄີ
(ພາບ: qdnd.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 62 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (03 ມີນາ 1959 – 03 ມີນາ 2021) ແລະ 32 ປີແຫ່ງວັນ “ວັນບຸນປ້ອງກັນຊາຍແດນທົ່ວປວງຊົນ” (03 ມີນາ 1989 – 03 ມີນາ 2021). ວັນທີ 03 ມີນາ, ຢູ່ເມືອງພູດອຍ ອາ ເລື໊ອຍ, ແຂວງ ເທື່ອທຽນເຫ້ວ, ທະຫານປ້ອງກັນຊາຍແດນແຂວງ ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເມື່ອທຽນເຫ້ວ ເປີດສະຫຼອງໂຮງຮຽນ, ເຮືອນມະຫາສາມັກຄີ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.

        ໃນວັນດຽວກັນ, ຢູ່ຕາແສງ ກວາງເຍິມ, ຄະນະຈັດຕັ້ງລາຍການດັ່ງກ່າວ ໄດ້ມອບຂອງຂວັນ 100 ພູດໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ. ພັນໂທ ຟ້າມຕຸ່ງເລີມ, ຮອງຫົວໜ້າການເມືອງທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ, ຄຽງຂ້າງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດແລ້ວ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນເຫ້ວ ໄດ້ຜັນຂະຫຍາຍບັນດາລາຍການ, ວຽກງານລະອຽດ ແລະ ແທດຈິງຫຼາຍຢ່າງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ