ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ເນື່ອງໃນໂອກາດລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ(27/7/1947 – 27/7/2017), ວັນທີ 15/7, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນບູຊາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ ຮ່າງເຢືອງ, ເມືອງກົນດາວ, ແຂວງບາເຮ້ຍ ວຸ້ງເຕົາ
ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ໄປວາງພວງມາລາ ຢູ່ເຂດສຸສານ ຮ່າງເຢືອງ, ເມືອງກົນດາວ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຈູດທູບທຽນຢູ່ແຕ່ລະສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ຮັກຊາດ, ໃນນັ້ນ ມີທ່ານເລຂາທິການໃຫຍ່ ເລຮົ່ງຟອງ, ຜູ້ຮັກຊາດ ຫງວຽນອານນິງ. ນັກຮົບວິລະຊົນຍິງ ວໍ້ທິເຊົ້າ.

   ຕອນເຊົ້າວັນທີ 15/7, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນບູຊາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈິ.

    ໃນຕອນເຊົ້າວັນທີ 15/7, ຢູ່ຕາແສງ ກາມຫາຍດົງ, ເມືອງກາມເລີມ, ສະຫະພັນໃຫຍ່ແຮງງານຫວຽດນາມກໍໄດ້ຈັດພິທີລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເປີດສະຫຼອງເຂດອາໄລຫານັກຮົບ ກາກມາ.

   ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ພ້ອມດ້ວຍຄະນໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ ແລະ ທະຫານເສຍອົງຄະຢູ່ສູນປິ່ນປົວ ເບິ່ງແຮງດູແລ ທະຫານເສຍອົງຄະ ຖ້ວນແທ່ງ, ແຂວງບັກນິງ.

    ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 14 ກໍລະກົດ, ຢູ່ເຂດປູຊະນີຍະສະຖານພິເສດແຫ່ງຊາດ ກຳແພງເກົ່າກວາງຈິ, ລາຍການສວດມົນພາວະນາອາໄລຫາບັນດາ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໄດ້ຖືກຈັດຂຶ້ນ ຊຶ່ງມີການເຂົ້າຮ່ວມຂອງ ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ. ທ່ານ ດວານວັນຂາຍ ປະທານກຳມະບານທະນາຄານນະໂຍບາຍສັງຄົມຫວຽດນາມ ໃຫ້ຮູ້ວ່າ :

    “ ຂ້າພະເຈົ້າຄິດວ່າ ກຳແພງເກົ່າກວາງຈິ ແມ່ນແຫ່ງເປັນຂີດໝາຍຄວາມເສຍສະຫຼະອັນໃຫຍ່ຫຼວງຂອງລຸ່ນພໍ່ລຸ່ນອ້າຍເພື່ອເອກະລາດ, ເສລີພາບຂອງຊາດ. ພວກຂ້າພະເຈົ້າກຳນົດວ່າ ນີ້ແມ່ນສະຖານທີ່ເປັນໜ້າຈາລຶກ ເພື່ອໃນແຕ່ລະປີ ພວກຂ້າພະເຈົ້າຈະຈັດຕັ້ງຫຼາຍຄະນະຜູ້ແທນມານີ້ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ”

    

ຕອບກັບ

ຂ່າວ/ບົດ​ອື່ນ