ພາບປະກອບ
|
(vovworld) – ໂດຍສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ວັນທີ 13/3, ໃນບໍລິເວນສຳນັກງານສະມາຄົມວັດທະນະທຳສິລະປະແຂວງ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ຈັດຕັ້ງການວາງສະແດງພາບຖ່າຍສິລະປະ “ກວາງນາມ ສີສັນບ້ານເກີດເມືອງນອນ”, ງານວາງສະແດງໄດ້ນຳມາວາງສະແດງ, ແນະນຳພາບຖ່າຍ 50 ແຜ່ນໂດຍບັນດານັກຖ່າຍຮູບປະຕິບັດໃນຊຸມປີມໍ່ໆມານີ້. ບັນດາພາບຖ່າຍນີ້ ໄດ້ສະແດງຄວາມຮັກຕໍ່ປະເທດຊາດ, ຄວາມເອກອ້າງທະນົງໃຈ ແລະ ຄວາມຫວັງຕໍ່ໜ້າການປ່ຽນແປງ, ພັດທະນາຂອງແຂວງ ກວາງນາມ ວິລະຊົນ. ເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງ ບິ່ງດິງ (31/3/1975 – 31/3/2015) ແລະ ປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ, ແຕ່ວັນທີ 28/3 ຮອດວັນທີ ¼, ແຂວງ ບີ່ງດິງ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະຕ່າງໆ, ໃນນັ້ນມີການຍິງບັ້ງໄຟດອກລະດັບຕ່ຳ, ຈັດຕັ້ງການພົບປະສັງສັນທີ່ເປັນມູນເຊື້ອ, “ຕອບບູນແທນຄູນ” ແລະ ການເຄື່ອນໄຫວວັດທະນະທຳ, ກິລາຮັບໃຊ້ປະຊາຊົນ…