ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມີນຄົບຮອບ58ປີ
ພາບປະກອບ
|
(vovworld)- ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມີນ ຄົບຮອບ 85 ປີ (26/3/1931-26/3/2016), ຕອນຄ່ຳວັນທີ 20/3, ຢູ່ ເຂດອານຸສອນສະຖານ ຫຼີຕຶຈອງ ແຂວງຮ່າຕີ໋ງ, ສະພາເຍົາວະຊົນສູນກາງ ໄດ້ສົມທົບ ກັບຄະນະຊາວໜຸ່ມແຂວງຮ່າຕີ໋ງ, ຈັດລາຍການພົບປະແລກປ່ຽນ ສີລະປະ “ ຮ້ອງເພັງກ່ຽວກັບອຸດົມຄະຕິໄວໜຸ່ມຫວຽດນາມ”. ພ້ອມກັບລາຍການສະແດງສີລະປະ ທີ່ເປັນເອກກະລັກສະເພາະພິເສດ ທີ່ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ພັກກອມມູນິດຫວຽດນາມ, ປະທານໂຮ່ຈີມີນ, ບັນດາເພື່ອນໜຸ່ມ ໄດ້ພົບປະແລກປ່ຽນ ກັບບັນດາວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ບັນດາ ສະມາຊິກຊາວໜຸ່ມເຍົາວະຊົນທີ່ດີເດັ່ນ. ກ່າວຄວາມເຫັນທີ່ລາຍການ, ທ່ານ ຫງວຽນລອງຫາຍ, ເລຂາຄະນະຊາວໜຸ່ມສູນກາງ, ປະທານສະພາເຍົາວະຊົນສູນກາງ ຢັ້ງຢືນວ່າ:
“ ລາຍການພົບປະແລກປ່ຽນສີລະປະ ຮ້ອງເພງກ່ຽວກັບອຸດົມຄະຕິໄວໜຸ່ມຫວຽດນາມ” ໄດ້ຈັດຂື້ນ ຢູ່ບ້ານເກີດເມືອງນອນຂອງສະມາຊິກຊາວໜຸ່ມກອມມູນິດ ໂຮ່ຈີມີນຜູ້ທຳອິດ ກົງກັບໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມີນ ຄົບຮອບ 85 ປີ ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ສະມາຊິກຊາວໜຸ່ມ, ຊາວໜຸ່ມລຸ່ນກ່ອນ ທີ່ໄດ້ສ້າງເປັນມູນເຊື້ອອັນລ້ຳຄ່າ ໃຫ້ໄວໜຸ່ມ ຫວຽດນາມ. ລາຍການກໍ່ຍັງເປັນສານ ໃຫ້ຄົນລຸ່ນໜຸ່ມໃນມື້ນີ້ ແລະ ຢັ້ງຢືນວ່າ: ຈະຮັກສາແນວໄຟປະຕິວັດໃນຫົວໃຈຂອງໄວໜຸ່ມແຕ່ລະຄົນ ສືບຕໍ່ສ້າງປະຫວັດສາດອັນສະຫງ່າລາສີຂອງຊາດ, ຂອງພັກ, ຂອງຊາວໜຸ່ມ, ເຍົາວະຊົນ ດ້ວຍອາລົມຈິດ ແລະ ສະຕິຄວາມຮັບຜິຊອບທັງໝົດ ຕໍ່ພາລໜ້າທີ່ຂອງໄວໜຸ່ມໃນໄລຍະການປະຕິບັດໃໝ່
ເນື່ອງໃນໂອກາດນີ້ ຄະນະຊາວໜຸ່ມສູນກາງສະພາເຍົາວະຊົນໄດ້ມອບທຶນສຶກສາຈຳນວນ 40 ທຶນ ແລະ ເຮືອນ 3 ຫລັງ, ແຕ່ລະຫລັງມີມູນຄ່າ 50 ລ້ານດົ່ງ ໃຫ້ແກ່ນ້ອງນ້ອຍເຍົາວະຊົນທີ່ປະສົບກັບຄວາມຫຍຸງຍາກ ເປັນພິເສດ ແຕ່ໄດ້ບືນຕົວຂຶ້ນໃນການຮ່ຳຮຽນ