ບັນດາການເຄື່ອນໄຫວເນື່ອງໃນເຫດການ “ພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ”

ບັນດາການເຄື່ອນໄຫວເນື່ອງໃນເຫດການ “ພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ”  - ảnh 1
ການສະແດງສິລະປະໃນຄັ້ງທີ 9

(vovworld) - ​ເພື່ອ​ຕອບ​ສະໜອງ​ປີ​ທ່ອງ​ທ່ຽວ​ແຫ່ງຊາດ - ທ່ອງ​ທ່ຽວ​ມໍລະດົກ 2012, ​ແຕ່​ວັນ​ທີ 24 – 26/8 ຢູ່​ນະຄອນ​ໂຮ້ຍອານ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ​ໄດ້​ສົມທົບ​ກັບ​ສະຖານທູດ​ຍີ່​ປຸ່ນຈັດ​ຕັ້ງລາຍການ “ພົບ​ປະ​ແລກປ່ຽນວັດທະນະທຳ ​ໂຮ້ຍອານ - ຍີ່ປຸ່ນ” ຄັ້ງ​ທີ 10 ຢູ່​ນະຄອນ​ໂຮ້ຍອານ ​ແຂວງ ກວາງ​ນາມ. ​ໃນ​ຕະຫຼອດ​ໄລຍະ​ດຳ​ເນີນ​ເຫດການ, ມີ​ການ​​ເຄື່ອນ​​ໄຫວ​ວັດທະນະທຳ, ສິລະ​ປະ​ທີ່​ພົ້ນ​ເດັ່ນ, ຟົດ​ຟື້ນ​ຂອງ​ພື້ນຖານ​ວັດທະນະທຳ​ຫວຽດນາມ ​ແລະ ຍີ່ປຸ່ນ ຈະຖືກສະ​ແດງ​ໂດຍ​ບັນດາ​ສິລະ​ປິ​ນອາຊີບ ​ແລະ ສະໝັກ​ຫຼິ້ນ​ໃນ ​ໂຮ້ຍອານ ​ແລະ ມາ​ຈາກຍີ່ປຸ່ນ. ນອກຈາກ​ນັ້ນ ຍັງ​ມີ​ການວາງສະ​ແດງ​ຮູບ​ຖ່າຍ “​ໄລຍະ​ທາງ​​ແຫ່ງ​ການ​ຮ່ວມ​ມືພົບ​ປະ​ແລກປ່ຽນ​ ​ໂຮ້ຍອານ - ຍີ່ປຸ່ນ”, ​ແນະນຳ​ປະຫວັດສາດ​ຍີ່ປຸ່ນ ​ແລະ ນະຄອນ ​ໂຮ້ຍອານ ດ້ວຍ​ພາສາ​ຫວຽດນາມ, ອັງກິດ, ສະ​ແດງ​ຟ້ອນ​ດາບຍີ່​ປຸ່ນ, ຊ່ວງ​ເຮືອ​ ໂຮ້ຍອານ - ຍີ່ປຸ່ນ - ​ແຂກ​ທ່ອງ​ທ່ຽວ.​.​.​ ​ເນື່ອງ​ໃນ​ໂອກາດ​ນີ້, ມີ​ຫຼາຍລາຍການ, ການວາງສະ​ແດງ​ໄດ້​ຮັບ​ການຈັດ​ຕັ້ງດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ, ສະ​ແດງ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ກ່ຽວ​ກັບ​ວັດທະນະທຳ​ຂອງ ​ໂຮ້ຍອານ ​ແລະ ຍີ່ປຸ່ນ, ກໍ​ຄື​ການ​ສະໜິດ​ຕິດ​ພັນ, ການ​ແຊກ​ຊຶມ ​ແລະ ປະສົມ​ປະສານ​ດ້ານ​ວັດທະນະທຳ​ຂອງ​ 2 ຝ່າຍ.

ຂ່າວ/ບົດ​ອື່ນ