ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄົນພິການ 18 ເມສາ

(VOVWORLD) -ທ່ານນາງຮອງລັດຖະມົນຕີ ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນທິຮ່າ ໄດ້ມອບຂອງຂວັນໃຫ້ເດັກນ້ອຍ 58 ຄົນ.

ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄົນພິການ 18 ເມສາ - ảnh 1ທ່ານນາງຮອງລັດຖະມົນຕີຫງວຽນທິຮ່າ ພ້ອມດ້ວຍຄະນະມອບຂອງຂວັນໃຫ້ເດັກນ້ອຍ

(ພາບ:laodongxahoi.net)

ວັນທີ 17 ເມສາ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຫງວຽນທິຮ່າ ໄດ້ນຳໜ້າຄະນະຜູ້ແທນກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເດັກນ້ອຍທີ່ພວມປິ່ນປົ່ວ, ຜ່າຕັດສົບແວ່ງ, ປາກວີກ ແລະຖືກໂລກກ້ອນເບົ້າ ຢູ່ໂຮງໝໍ ແຂ້ວຄາງໜ້າສູນກາງ (ຮ່າໂນ້ຍ). ນະທີ່ນີ້, ທ່ານນາງຮອງລັດຖະມົນຕີ ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນທິຮ່າ ໄດ້ມອບຂອງຂວັນໃຫ້ເດັກນ້ອຍ 58 ຄົນ. ນີ້ແມ່ນພວກເດັກມາຈາກຫຼາຍແຂວງຄື ຟຸຸທໍ້, ບັກກ້ານ, ລາວກາຍ, ດ້ຽນບຽນ, ຮ່າໂນ້ຍ… ທີ່ໄດ້ຮັບການຜ່າຕັດຕາມໂຄງການ ຂອງອົງການ Operation Smile ອຸປະຖຳຜ່ານກອງທຶນອຸປະກະລະເດັກຫວຽດນາມ. ເດັກແຕ່ລະຄົນເມື່ອເຂົ້າຮ່ວມໂຄງການຜ່າຕັດສົບແວ່ງ, ປາກວີກ, ໂລກກ້ອນເບົ້າແມ່ນໄດ້ຮັບການຊ່ວຍເຫຼືອຄ່າໃຊ້ຈ່າຍປະມານ 7.5 ລ້ານດົງ.


ຕອບກັບ

ຂ່າວ/ບົດ​ອື່ນ