ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ບຸນ​ແທນ​ຄຸນ ເນື່ອງ​ໃນ​ໂອ​ກາດ​ວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 27/7

(VOVWORLD) -ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 74 ປີ (27/7/1947 – 27/7/2021), ວັນທີ 25 ກໍລະກົດ, ຄະນະຊາວໜຸ່ມ ແຂວງ ກວ໋າງຈິ ໄດ້ຈັດຕັ້ງຫຼາຍກິດຈະກຳ ພ້ອມໆກັນ ເພື່ອຕອບບຸນແທນຄຸນອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່. 
ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ບຸນ​ແທນ​ຄຸນ ເນື່ອງ​ໃນ​ໂອ​ກາດ​ວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 27/7 - ảnh 1ພິທີລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນ ທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: TTXVN)

ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 74 ປີ (27/7/1947 – 27/7/2021), ວັນທີ 25 ກໍລະກົດ, ຄະນະຊາວໜຸ່ມ ແຂວງ ກວ໋າງຈິ ໄດ້ຈັດຕັ້ງຫຼາຍກິດຈະກຳ ພ້ອມໆກັນ ເພື່ອຕອບບຸນແທນຄຸນອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່  ເປັນຕົ້ນແມ່ນ ການລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນ ທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນຈຳນວນ 20 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ ໃຫ້ແກ່ລູກຫຼານຂອງຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນຕາແສງ ຫວິງເລິມ, ເມືອງຫວິງລິງ; ມອບຄ່າໃຊ້ຈ່າຍເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 6 ຫຼັງ ດ້ວຍມູນຄ່າ 70 ລ້ານດົ່ງຕໍ່ຫຼັງ…

ເນືື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງກວ໋າງຈິ ໄດ້ຈັດຕັ້ງພິທີຈູດທູບໃຕ້ທຽນເພື່ອອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ເຂດສຸສານນັກຮົບເສຍສະຫຼະຊີວິດ ແຫ່ງຊາດ ເຈື່ອງເຊີນ, ວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດ ແຫ່ງຊາດທາງຫຼວງ ເລກທີ 9 ແລະ ບັນດາເຂດສຸສານແຫ່ງອື່ນໆໃນບໍລິເວນແຂວງ.

ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ ເຂດປູຊະນີຍະສະຖານປະຫວັດສາດ ທາງສາມແຍກ ກໍ່ນ່ອຍ, ຕາແສງ ກໍ່ນ່ອຍ, ເມືອງ ມາຍເຊິນ, ຄະນະຊາວໜຸ່ມແຂວງ ເຊີນລາ ກໍໄດ້ສົມທົບກັບສະພາກາແດງແຂວງ ຈັດຕັ້ງພິທີຈູດທູບໃຕ້ທຽນ, ວາງພວງມາລາ ເພື່ອອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອເອກະສານ, ເສລີພາບຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ