(VOVWORLD) - ກອງປະຊຸມລະຫວ່າງພັກພວມດຳເນີນໄປຢ່າງຕັ້ງໜ້າທີ່ສຸດ ແລະ ອາດຈະມີຄວາມຫວັງຕໍ່ໝາກຜົນທີ່ເປັນໜ້າຊື່ນຊົມ ພາຍຫລັງສິ້ນສຸດບັນດາການພົບປະໃນອາທິດໜ້າ.
ທ່ານນາງນາຍົກລັດຖະມົນຕີ Theresa May (ພາບ: THX/TTXVN) |
ບັນດາການເຈລະຈາລະຫວ່າງຜູ້ຕາງໜ້າລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ພັກແຮງງານຝ່າຍຄ້ານກ່ຽວກັບ Brexit (ວິວັດທະນາການ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ພວມດຳເນີນໄປບົນຈິດໃຈສ້າງສັນ ແລະ ເບື້ອງຕົ້ນເປັນການຮັບຮູ້ຄວາມຄືບໜ້າທີ່ດີ.
ວັນທີ 12 ເມສາ, ທ່ານ John McDonnell ໂຄສົກຂອງພັກແຮງງານໃຫ້ຮູ້ວ່າ: ກອງປະຊຸມລະຫວ່າງພັກພວມດຳເນີນໄປຢ່າງຕັ້ງໜ້າທີ່ສຸດ ແລະ ອາດຈະມີຄວາມຫວັງຕໍ່ໝາກຜົນທີ່ເປັນໜ້າຊື່ນຊົມ ພາຍຫລັງສິ້ນສຸດບັນດາການພົບປະໃນອາທິດໜ້າ.
ວິວັດທະນາການເຈລະຈາລະຫວ່າງພັກນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ Theresa May ແລະ ພັກແຮງງານຝ່າຍຄ້ານໄດ້ສືບຕໍ່ດຳເນີນໃນວັນທີ 11 ເມສາ ພາຍຫລັງສະຫະພາບ ເອີຣົບ ໄດ້ເຫັນດີເປັນເອກະພາບຕໍ່ກຳນົດເວລາ Brexit ຕື່ມອີກ 6 ເດືອນ, ຈົນຮອດວັນທີ 31 ຕຸລາ ຈະມາເຖິງ ທີ່ຕິດພັນກັບເງື່ອນໄຂບາງຢ່າງ, ໃນນັ້ນ ມີເງື່ອນໄຂແນໃສ່ປົກປັກຮັກສາກຸ່ມພົ້ນອອກຈາກການແຊກແຊງຂອງ ອັງກິດ ໃນໄລຍະເວລາລໍຖ້າ ການຖອນຕົວ.