ບັນດາຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ເຮັດວຽກຢູ່ຮ່າໂນ້ຍ ແລະ ແຂວງຮ່ວາບິງ
ຄະນະເຮັດວຽກຢູ່ແຂວງ ຮ່ວາບິງ
(ພາບ:ttbd.gov.vn)
|
( vovworld ) – ວັນທີ 9/3, ຄະນະຕິດຕາມກວດກາຂອງຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ສັງກັດຄະນະປະຈຳສະພາແຫ່ງຊາດຫວຽດນາມ ໂດຍທ່ານຫົວໜ້າ ຫງວຽນດຶກຮ່ຽນ ເປັນຫົວໜ້າຄະນະ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ຮ່ວາບິງ ກ່ຽວກັບບັນຫາແກ້ໄຂບັນດາຄວາມຫຍຸ້ງຍາກໃນການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ຂະນະທີ່ລັດໄດ້ເກັບກູເອົາທີ່ດິນ. ຄະນະປະຕິບັດງານໄດ້ລົງສຳຫຼວດຕົວຈິງຢູ່ຕາແສງ ຮ່ຽນເລືອງ, ເມືອງພູສູງ ດ່າບັກ ຊື່ງແມ່ນເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ຮັບໃຊ້ເຄື່ອນໄຟຟ້ານ້ຳຕົກແມ່ນ້ຳດ່າ. ທ່ານຫງວຽນດຶກຮ່ຽນ ຫົວໜ້າຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ສັງກັດຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມລວມຂອງແຂວງ ຮ່ວາບິງ ໃນການແກ້ໄຂຄວາມຫຍຸ້ງຍາກລວມ ກ່ຽວກັບຊີວິດ, ການຜະລິດຂອງປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່.
ໃນວັນດຽວກັນ, ທີ່ການເຮັດວຽກັບກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ກ່ຽວກັບການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍທີ່ມີຕໍ່ຊາວໜຸ່ມຕະລຸມບອນ ແລະ ຊາວໜຸ່ມອາສາສະໝັກໄລຍະ 2009-2011. ທ່ານນາງ ຫງວຽນທິບິກງອກ, ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ສະເໜີອະນຸຍາດໃຫ້ຮ່າໂນ້ຍ ທົດລອງມອບໃຫ້ຄະນະຕິດຕໍ່ພົວພັນມູນເຊື້ອບັນດາຫົວໜ່ວຍຊາວໜຸ່ມຕະລຸມບອນ ຮັບຮອງສຳເນົາເອກະສານຂອງຊາວໜຸ່ມຕະລຸມບອນທີ່ຖືກສູນເສຍໄປ.