(VOVWORLD) - ວັນທີ 24 ມິຖຸນາ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດເຂດ 1, ຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເຍີນແຈກ ແລະ ລອງແທ່ງ.
ທີ່ບັນດາການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ສ່ອງແສງຫລາຍບັນຫາທີ່ກ່ຽວຂ້ອງເຖິງການວາງແຜນຜັງ, ຄ່າຊົດເຊີຍທີ່ດິນ, ມົນລະພິດສິ່ງແວດລ້ອມ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມປອດໄພໃນການສັນຈອນ…ກ່າວຄຳເຫັນຕໍ່ໜ້າຜູ້ມີສິດເລືອກຕັ້ງ, ທ່ານ ຫວໍວັນເຖືອງ ໃສ່ໃຈວ່າ ການນຳທ້ອງຖິ່ນຄວນລົງກວດກາພຶດຕິກຳຕົວຈິງກັບປະຊາຊົນໂດຍກົງ ກ່ຽວກັບບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງໄດ້ສ່ອງແສງ ເພື່ອພິຈາລະນະຢ່າງລະອຽດ, ຈາກນັ້ນ ຍົກອອກທິດທາງແກ້ໄຂ. ທ່ານ ຫວໍວັນເຖືອງ ກໍ່ປາດຖະໜາວ່າບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງຍົກອອກມາ ຈະໄດ້ຮັບການແກ້ໄຂຈາກອຳນາດການປົກຄອງທ້ອງຖິ່ນ ເພື່ອໃຫ້ຜູ້ມິສິດເລືອກຕັ້ງບໍ່ຢ້ຳຄືນເລື່ອງເກົ່າໃນການພົບປະຄັ້ງຕໍ່ໄປ.
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN) |
ແລະກໍ່ໃນວັນດຽວກັນ, ທ່ານ ໂຕເລິມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ກໍ່ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ທ້ວນແທ່ງ, ແຂວງ ບັກນິງ.