ບັນດາຄຳສັ່ງຂອງລັດເຊຍສຳລັບຕວກກີເລີ່ມມີຜົນສັກສິດ

ບັນດາຄຳສັ່ງຂອງລັດເຊຍສຳລັບຕວກກີເລີ່ມມີຜົນສັກສິດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ ນັບ​ແຕ່​ວັນ​ທີ 01/01/2016, ຕວກ​ກີ ຈະ​ບໍ່​ສາ​ມາດ​ສົ່ງ​ອອກ​ພັກ​, ສິ້ນ ແລະ ໝາກ​ໄມ້ທຸກ​ສະ​ນິດ​ໄ​ປ​ຍັງ​ລັດ​ເຊຍ. ຄຳ​ສັ່ງ​ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 01/01 ເປັນ​ຕົ້ນ​ໄປ ​ທີ່ນອນ​ໃນ​ບັນ​ດາ​ມາດ​ຕະ​ການ​ລົ​ງ​ໂທດ​ເຊິ່ງ​ລັດ​ເຊຍ ຈັດ​ວາງ​ສຳ​ລັບ​ຕວກ​ກີ ພາຍ​ຫຼັງ​ເຫດ​ການ​ປະ​ເທດນີ້​ຍິງ​ເຮືອ​ບິນ​ທະ​ຫານ​ຂອງ​ລັດ​ເຊຍ ຕົກ​ໃນ​ເຂດ​ນ່ານ​ຟ້າ​ຂອງ​ຊີ​ຣີ. ກະ​ຊວງ​ການ​ຄ້າ​ອຸດ​ສາ​ຫະ​ກຳ​ລັດ​ເຊຍ ຖະ​ແຫຼງວ່າ, ເພື່ອ​​​ທົດແທນ​ໃຫ້​ບັນ​ດາ​ສິນ​ຄ້າ​ຂອງ​ຕວກ​ກີ ໃນ​ຕະ​ຫຼ​າດ​ລັດ​ເຊຍ  ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມາ​ຈາກ​ອີ​ຢິບ ແລະ ​ປະ​ເທດອື່ນໆ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ລັດ​ເຊຍ.

      ໃນ​ເຫດ​ການ​ທີ່​ກ່ຽວ​ຂ​້ອງ, ເລີ່ມ​ແຕ່​ວັນ​ທີ 01/01/2016, ລັດ​ເຊຍ ຈະ​ຢຸດ​ຕິ​ລະ​ບອບ​​ຍົກ​ເວັ້ນ​ວີ​ຊາ ກັບ​ຕວກ​ກີ. ແຕ່​ວ່າ, ຂໍ້​ກຳ​ນົດ​​ນີ້ບໍ່​ນຳ​ໃຊ້​ສຳ​ລັບ​ພົນ​ລະ​ເມືອງ​ຕວກ​ກີ ມີ​ໃບ​ອະ​ນຸ​ຍາດ​​ພັກອາ​ໄສ​ຢູ່​​ດິນ​ແດນ​ລັດ​ເຊຍ, ກໍ​ຄື​ບັນ​ດາ​ພົນ​ລະ​ເມືອງ​ຕວກ​ກີ ໄປ​​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ​​ການ​​ທູດ​ຢູ່ລັດ​ເຊຍ.

ຂ່າວ/ບົດ​ອື່ນ