ບັນດາງານບຸນ ຢູ່ທ້ອງຖິ່ນຕ່າງໆ ຂອງຫວຽດນາມ

ໃນ​ໂອກາດ​ຕົ້ນລະດູບານ​ໃໝ່, ງານ​ບຸນ​ຕ່າງໆ​ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່ຫຼາຍທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ວັນ​ທີ 29/1 ກົງ​ກັບວັນ​ທີ 7 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ, ຢູ່​ຕາ​ແສງ​ຮ່ຽນ​ເລືອ​ງ, ​ເມືອງ​ຮ້າ​ຮົວ ​ແຂວງ​ຟູ​ທໍ້ ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ​ຕາມ​ຮີດຄອງ​ປະ​ເພນີ. ​ເປີດ​ສາກ​ໃຫ້​ແກ່​ງານ​ບຸນ​ແມ່ນ​ພິທີທະ​ຫວາຍ​ແລະ​ແຫ່​ຫວໍ. ​ໃນງານ​ບຸນ​ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ ສີ​ລະ​ປະ ​ແລະ​ບັນດາ​ການ​ລະຫຼີ້ນພື້ນ​ເມືອງຕ່າງໆ.

   ​ຕະຫຼາດນັດ​ວ່ຽງຍາມ​ຕົ້ນ​ລະດູບານ​ໃໝ່ ຢູ່​ເມືອງ​ຫວູ້ບານ ​ແຂວງ​ນາມ​ດີ້​ງ​ໄດ້​ຖືກໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 29/1 ກົງ​ກັບວັນ​ທີ 7 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ. ປະຊາຊົນ​ມາ​ຈາກ​ບັນດາ​ແຂວງ​ແທງ​ຮົວ, ນິງບີ່​ງ, ຮ່າ​ໂນ້ຍ, ຫາຍ​ຟອງ​ນັບ​ໝື່ນໆ​ຄົນ​ໄດ້​ຫລັ່ງ​ໄຫຼ​ກັບມາ​ແຂວງ​ນາມ​ດີ້​ງ​ເພື່ອ​​ໄປ​ທ່ຽວ​ຊົມຕະຫຼາດວ່ຽງ. ປ້າ​ຫງວຽນ​ທິ​ເທີ​ມ ຢູ່​ແຂວງ​ນິງບີ່​ງ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ໄດ້​ຊື້ຂໍ​ແຍ່ງ (​ເກາະ) ​ແລະ​ຈົກ​ ເພື່ອ​ເຮັດ​ນາ​ໃຫ້​ສະດວກ​ສະບາຍ. ຊາວ​ກະສິກອນ​ມັກ​ຊື້​ອຸປະກອນນີ້​​ໃນຕົ້ນປີ ເພື່ອ​ໃຫ້ການ​ເຮັດ​ນາ​ໄດ້​ຮັບ​ໝາກຜົນດີ​ກ່ວາ”.

   ວັນ​ທີ 30/1 ກົງ​ກັບວັນ​ທີ 8 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ, ຢູ່​ແຂວງ ​​ເທື່ອ​ທຽນ​ເຫ້ວກໍໄດ້​ຈັດ​​ການ​ເຄື່ອນ​ໄຫວ​ຕ່າງໆ, ​​ເລີ່​ມຕົ້ນ​ແມ່ນ​ງານ​ບູນວິຫານ ຮ່ວຽນ​ເຈີ​ນປີ 2012 ຊື່​ງຈ​ະດຳ​ເນີນ ​ແຕ່​ວັນ​ທີ 30/1 ຫາ​ວັນ​ທີ 6/2 ກົງ​ກັບ ​ແຕ່​ວັນ​ທີ 8 ຫາວັນ​ທີ 15 ​ເດືອນ​ຈຽງ​ ປີ​ມະ​ໂຣງ, ຢູ່​ນະຄອນ​ເຫ້ວ. ງານ​ບຸນ​ວິຫານ ຮ່ວຽນ​ເຈີ​ນ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ ເທື່ອ​ທຽນ​ເຫ້ວ ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ຕິດ​ພັນ​ກັບ Festival ​ເຫ້ວ 2012 ​ແລະ​ເປີດ​ສາກ​ໃຫ້​ປີ​ທ່ອງ​ທ່ຽວ​ເຂດ​ແຄມ​ທະ​ເລ​ ທາງ​ທິດ​ເໜືອ​ຂອງ​ພາກ​ກາງເຫ້ວປີ 2012.

ຂ່າວ/ບົດ​ອື່ນ