ບັນ​ດາ​ທ້ອງ​ຖິ່ນ ເພີ່ມ​ທະ​ວີ​ວິ​ທີ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາທ້ອງຖິ່ນໃນທົ່ວປະເທດຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາວິທີການປ້ອງກັນ, ສະກັດກັ້ນໂລກລະບາດໃນສະພາບການໃໝ່. 
ບັນ​ດາ​ທ້ອງ​ຖິ່ນ ເພີ່ມ​ທະ​ວີ​ວິ​ທີ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 (ພາບ: TTXVN)

        ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ຕົກລົງຢຸດການຈັດຕັ້ງບັນດາງານບຸນ, ງານຕະຫຼາດນັດ, ເຫດການທີ່ມີຂອບຂະໜາດໃຫຍ່ໃນບໍລິເວນແຂວງ ນັບແຕ່ວັນທີ 01 ສິງຫາ ຈົນຮອດເວລາມີການປະກາດໃໝ່; ກອງບັນຊາການທະຫານປ້ອງກັນຊາຍແດນແຂວງໄດ້ຄວບຄຸມເສັ້ນຊາຍແດນ ແລະ ການເຄື່ອນໄຫວເຂົ້າເມືອງຢ່າງໜັກແໜ້ນ, ປັບໄໝລົງໂທດບັນດາກໍລະນີຂ້າມຊາຍແດນຢ່າງຜິດກົດໝາຍ; ຂະແໜງການສຶກສາປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເພື່ອຈັດຕັ້ງການເສັງຈົບຊັ້ນມັດທະຍົມຕອນປາຍຢ່າງປອດໄພ...

        ຢູ່ແຂວງ ດັກນົງ, ນັບແຕ່ເວລາ 0 ໂມງ 00 ນາທີ ຂອງວັນທີ 02 ສິງຫາ, ທາງທ້ອງຖິ່ນ ໄດ້ຢຸດບັນດາການເຄື່ອນໄຫວຈັດງານບຸນ, ພິທີທາງສາສະໜາ, ຢຸດການເຄື່ອນໄຫວກິລາ, ເຫດການເຕົ້າໂຮມຫຼາຍຄົນຢູ່ສະຖານທີ່ສາທາລະນະ. ທາງແຂວງກໍໄດ້ຊີ້ນຳໃຫ້ຢຸດການເຄື່ອນໄຫວຂອງບັນດາຮາກຖານດຳເນີນທຸລະກິດ, ການບໍລິການຕ່າງໆ ແລະ ປະຊາຊົນບໍ່ໄດ້ເຕົ້າໂຮມຫຼາຍຄົນເກີນ 30 ຄົນຢູ່ສະຖານທີ່ສາທາລະນະ. ນອກຈາກນັ້ນ, ເມື່ອປະຊາຊົນອອກໄປຫົນທາງກໍຕ້ອງໃສ່ຜ້າອັດປາກ-ອັດດັງ.


ຕອບກັບ

ຂ່າວ/ບົດ​ອື່ນ