ງານບຸນວາງສະແດງສື່ສິ່ງພິມ
|
(vovworld)- ວັນທີ 23/1, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຮ່ານາມ ໄດ້ຈັດຕັ້ງພິທີໄຂງານບຸນວາງສະແດງສື່ສິ່ງພິມ, ຄຳພະຫຍາລະດູບານໃຫມ່ປີລະກາ 2017. ມີປື້ມກວ່າ 300 ເຫລັ້ມ ແລະ ຫນັງສືພິມ, ວາລະສານດີເດັ່ນ ປະມານ 100 ປະເພດ ກ່ຽວກັບຜົນງານແຫ່ງການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ພ້ອມກັບ 30 ຄຳພະຫຍາໄດ້ວາງສະແດງໃນງານບຸນ ສ້າງບັນຍາກາດອົບອຸ່ມ ແລະ ເຕັມໄປດ້ວຍສີສັນລະດູບານໃຫມ່. ໃນວັນດຽວກັນ, ສະມາຄົມນັກຂ່າວແຂວງ ນີງບີງ ໄດ້ສົມທົບກັບພະແນກວັດທະນະທຳ ກິລາ ແຂວງນີງບີງ ຈັດຕັ້ງພິທີໄຂງານບຸນສື່ສິ່ງພິມລະດູບານໃຫມ່ປີລະກາ 2017. ງານບຸນດັ່ງກ່າວໄດ້ວາງສະແດງຫນັງສື່ພິມກວ່າ 63 ສະບັບຂອງບັນດາແຂວງ, ນະຄອນ ໃນທົ່ວປະເທດ ພ້ອມກັບ 300 ສື່ສິ່ງພິມຂອງບັນດາອົງການສື່ມວນຊົນ, ວາລະສານສູນກາງ ແລະ ທ້ອງຖິ່ນ. ຄຽງຂ້າງນັ້ນ, ງານບຸນສື່ສິ່ງພິມຍັງວາງສະແດງບັນດາເອກະສານອັນລ້ຳຄ່າເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວອວຍພອນພັກ ອວຍພອນລະດູບານໃຫມ່ ຊື່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ບໍລິເວນແຂວງ ເພື່ອຮັບໃຊ້ພະນັກງານ ແລະ ປະຊາຊົນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ.