ບັນດານັກອຸປະຖຳສາກົນໜູນຊ່ວຍພັດທະນາການທ່ອງທ່ຽວຫວຽດນາມ

ບັນດານັກອຸປະຖຳສາກົນໜູນຊ່ວຍພັດທະນາການທ່ອງທ່ຽວຫວຽດນາມ - ảnh 1
​ການ​ໂອ້​ລົມ​ສົນ​ທະ​ນາ​ ກັບ​ບັນ​ດາ​ນັກ​ອຸ​ປະ​ຖຳ​
ໃຫ້​ແກ່ການ​ທ່ອງ​ທ່ຽວ​ຫວຽດ​ນາມ
(ພາບ: NguyetHa)

(vovworld)- ​​​​​ວັນ​ທີ 28/1, ໂດຍ​ຕາງ​ໜ້າ​ໃຫ້ 10 ນັກ​ອຸ​ປະ​ຖຳ​ສາ​ກົນ ທີ່​ປະ​ຊຸມ​ຢູ່​ຮ່າ​ໂນ້ຍ ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ ກັບ​ບັນ​ດາ​ນັກ​ອຸ​ປະ​ຖຳ​ໃຫ້​ແກ່ການ​ທ່ອງ​ທ່ຽວ​ຫວຽດ​ນາມ. ການ​ເຄື່ອນ​ໄຫວ​ໂດຍ​ໂຄງ​ການ “ ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສະ​ພາບ​ແວດ​ລ້ອມ ​ແລະ ສັງ​ຄົມ ໂດຍ​ສະ​ຫະ​ພາບ​ເອີ​ລົບອຸ​ປະ​ຖຳ ” ( ​ໂຄງ​ການ EU-ESRT ) ລິ​ເລີ່ມ. ການ​ໂອ້​ລົມ​ສົນ​ທະ​ນາ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວ​​ປະ​ສານ​ງານ​ຢ່າງ​ລຽນ​ຕິດ ແລະ ມີ​ປະ​ສິດ​ທິ​ຜົນ ລະ​ຫວ່າງ​ ບັນ​ດາ​ອົງ​ການຈັດ​ຕັ້ງ ແລະ ​ອົງ​ການ​ທີ່​ພວມ​ໜູນ​ຊ່ວຍ​ໃຫ້​ແກ່ການ​ທ່ອງ​ທ່ຽວ​ຫວຽດ​ນາມ. ຂໍ້​ລິ​ເລີ່ມ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ນັກ​ອຸ​ປະ​ຖຳ​ໂຄງ​ການ EU-ESRT ປະ​ກອບ​ສ່ວນ​ສ້າງພື້ນ​ຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ “ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ” ໂດຍ​ກົມ​ໃຫ​ຍ່​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເປັນ​ປະ​ທານ, ເພື່ອດຶງ​ດູດ​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນຫຼາຍກວ່າ​ອີກ, ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ສາ​ກົນ​ໃຫ້​ແກ່​ຂົງ​ເຂດ​ການ​ທ່ອງ​ທ່ຽວ​​ຫວຽດ​ນາມໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ