ບັນດານັກຮຽນຮູ້ສາກົນ ຮຽກຮ້ອງຄວາມມີ ສະຖຽນລະພາບ
ທ່ານອະດີດພົນເຮືອໂທ Anup Singh
(ພາບ: vov)
(vovworld)- ໃນຂອບເຂດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 6 ດ້ວຍຫົວຂໍ້: “ທະເລຕາເວັນອອກ: ການຮ່ວມມືເພື່ອຄວາມສະຫງົບປອດໄພ ແລະ ການພັດທະນາຢູ່ພາກພື້ນ“ ຈັດຂຶ້ນໃນວັນທີ 17-18/11/2014 ຢູ່ນະຄອນດ່ານັງ, ບັນດານັກຮຽນຮູ້ ແລະ ນັກຄົ້ນຄ້ວາໄດ້ວິເຄາະບັນດາປັດໄຈກໍ່ຜົນສະທ້ອນເຖິງບັນດາທະເລຕາເວັນອອກ. ຕາມທ່ານອະດີດພົນເຮືອໂທ Anup Singh ອະດີດຜູ້ບັນຊາການກອງທັບເຮືອພາກຕາເວັນອອກອິນເດຍ ແລ້ວ, ເສັ້ນທາງບົນທະເລຕາເວັນອອກມີບົດບາດທີ່ບໍ່ສາມາດປ່ຽນແທນໄດ້ໃນການເຄື່ອນໄຫວຈໍລະຈອນສິນຄ້າຢູ່ພາກພື້ນອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້ ແລະ ສຳຄັນກ່ວານັ້ນແມ່ນສຳລັບການເຄື່ອນໄຫວສົ່ງອອກຂອງປະເທດຕ່າງໆແຄມທະເລ ເຖິງສ່ວນຍັງເຫຼືອຂອງໂລກ. ທ່ານອະດີດພົນເຮືອໂທ Anup Singh ຢືນຢັນວ່າ: ຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງຢຸດຕິ ການເຄື່ອນໄຫວພຽງລຳພັງຝ່າຍດຽວ, ຕັດສິນໃຈປະຕິບັດບັນດາຫຼັກການໄດ້ກຳນົດໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ ແລະ ບັນດາຂໍ້ກຳນົດສາກົນອື່ນໆ ຢ່າງແໜ້ນແຟ້ນ. ທ່ານເນັ້ນໜັກວ່າຄຳຮຽກສິດເສັ້ນທາງ 9 ຕອນຂອງຈີນ ແມ່ນບໍ່ມີຫຼັກຖານດ້ານກົດໝາຍ.
ສ່ວນທ່ານອະດີດພົນເຮືອຕີ Akimoto Kazumine, ນັກຄົ້ນຄ້ວາຂັ້ນສູງ, ກອງທຶນຄົ້ນຄ້ວານະໂຍບາຍມະຫາສະມຸດຍີ່ປຸ່ນ ກໍ່ຖືວ່າ: ທະເລຕາເວັນອອກແມ່ນເສັ້ນທາງຕົ້ນຕໍຂອງປະເທດຕ່າງໆໃນພາກພື້ນ, ສະນັ້ນຕ້ອງຄວາມສະຖຽນລະພາບ ເພື່ອຈຸດປະສົງຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ./.