ບັນດາບໍລິສັດອາເມລິກາ ຊຸກຍູ້ສະພາແຫ່ງຊາດ ໃຫ້ສັດຕະຍາບັນຂໍ້ ຕົກລົງການຮ່ວມມືດ້ານ ນິວເຄຼຍກັບຫວຽດນາມ
(ພາບປະກອບ)
(vovworld) – ສະຖາບັນພະລັງງານນິວເຄຼຍ (Nuclear Enegry Institute-NEI) ແລະ ບັນດາບໍລິສັດພະລັງງານນິວເຄຼຍຂອງອາເມລິກາ ຫາກໍ່ຊຸກຍູ້ສະພາແຫ່ງຊາດປະເທດນີ້ໃຫ້ສັດຕະຍາບັນຂໍ້ຕົກລົງຮ່ວມມືດ້ານນິວເຄຼຍກັບຫວຽດນາມ ໂດຍໄວ, ຖືວ່າ, ການຮ່ວມມືກັບຫວຽດນາມ ຈະປະກອບສ່ວນຍູ້ແຮງການສົ່ງອອກ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວອາເມລິກາ ຕື່ມອີກ.
ທ່ານ Gary Wolski ຮອງປະທານບໍລິສັດບໍລິການພະລັງງານ ແລະ ອຸດສາຫະກຳ Curtiss Wright Coperation ຖືວ່າ, ໃນຊຸມປີຜ່ານມາ, ເສດຖະກິດຫວຽດນາມ ມີການເຕີບໂຕເປັນປົກກະຕິ, ຢູ່ໃນລະດັບ 5-6%/ປີ. ຫວຽດນາມ ມີແຜນການ ຮອດປີ 2030 ຈະຜະລິດໄຟຟ້ານິວເຄຼຍ 10.000 MW ແລະ ຄາດວ່າ, ບັນດາຮາກຖານກະຈາຍໄຟຟ້ານິວເຄຼຍທຳອິດຈະນຳເຂົ້າເຄື່ອນໄຫວໃນທົດສະວັດຈະມາເຖິງ. ໃນຂະນະນັ້ນ, ອາເມລິກາ ພັດມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາຕະຫຼາດສາກົນ, ສະນັ້ນ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືແມ່ນໃຫ່ຍຫຼວງທີ່ສຸດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານພະລັງງານ, ນິວເຄຼຍຢູ່ຕະຫຼາດຫວຽດນາມ ແມ່ນມີຄວາມດຶງດູດໃຈບັນດານັກລົງທຶນອາເມລິກາ./.