ບັນດາປະເທດ EU ໃຫ້ຄຳໝັ້ນສັນຍາຕ້ອນຮັບຊາວອົບພະຍົບ 34.400 ຄົນ ຈາກ ອາຟະລິກາ ແລະ ຕາເວັນອອກກາງ

(VOVWORLD) - ມາຮອດປະຈຸບັນ, 16 ປະເທດສະມາຊິກສະຫະພາບເອີຣົບ (EU) ໄດ້ໃຫ້ຄຳໝັ້ນສັນຍາຕ້ອນຮັບຊາວອົບພະຍົບດັ່ງກ່າວເພື່ອບັນລຸໄດ້ເປົ້າໝາຍທີ່ EC
ບັນດາປະເທດ EU ໃຫ້ຄຳໝັ້ນສັນຍາຕ້ອນຮັບຊາວອົບພະຍົບ 34.400 ຄົນ ຈາກ ອາຟະລິກາ ແລະ ຕາເວັນອອກກາງ - ảnh 1 ພາບປະກອບ

ວັນທີ 15 ພະຈິກ, ຄະນະກຳມະການ ເອີຣົບ (EC) ໃຫ້ຮູ້ວ່າ 16 ປະເທດສະມາຊິກໃຫ້ຄຳໝັ້ນສັນຍາວ່າຈະຕ້ອນຮັບຊາວອົບພະຍົບໂດຍກົງຈາກບັນດາປະເທດ ອາຟະລິກາ ແລະ ຕາເວັນອອກກາງ ປະມານ 34.400 ຄົນ, ເປັນຕົ້ນແມ່ນຈາກ ລີເບຍ ແລະ   ນີເຊ, ດ້ວຍເປົ້າໝາຍຍົກອອກມາດຕະການຄວາມປອດໄພ ແລະ ຖືກຕ້ອງຕາມກົດໝາຍໃຫ້ຊາວອົບພະຍົບຜ່ານທະເລເມດີເຕຣາເນຍ.

        ມາຮອດປະຈຸບັນ, 16 ປະເທດສະມາຊິກສະຫະພາບເອີຣົບ (EU) ໄດ້ໃຫ້ຄຳໝັ້ນສັນຍາຕ້ອນຮັບຊາວອົບພະຍົບດັ່ງກ່າວເພື່ອບັນລຸໄດ້ເປົ້າໝາຍທີ່ EC ວາງອອກໃນເດືອນ ກັນຍາ ຜ່ານມາ ແມ່ນການຕ້ອນຮັບຊາວອົບພະຍົບຈາກບັນດາປະເທດອາຟະລິກາ ແລະ ຕາເວັນອອກກາງ ຢ່າງໜ້ອຍທີ່ສຸດແມ່ນ 50.000 ຄົນ.

        ກຳມະການເອີຣົບກ່ຽວກັບບັນຫາຊາວອົບພະຍົບ ທ່ານ Dimitris Avramopoulos ຕີລາຄາວ່າ  EU ໄດ້ຄ່ອຍໆຫຼຸດພົ້ນອອກຈາກວິກິດການຊາວອົບພະຍົບ ແລະ ປະຈຸບັນນີ້ພວມຄອບງຳບັນຫານີ້ໄດ້ບົນເນື້ອໃນຈິດໃຈຄູ່ຮ່ວມມື ແລະ ແບ່ງປັນຄວາມຮັບຜິດຊອບ, ພ້ອມທັງເນັ້ນໜັກເຖິງຫຼັກການຈັດສັນຊາວອົບພະຍົບຄືນໃໝ່ແມ່ນມາດຕະການໃຫ້ໄດ້ບຸລິມະສິດແນໃສ່ເພື່ອປົກປ້ອງຜູ້ຖືກຄວາມສ່ຽງສູງກວ່າເພື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ