ການນຳບັນດາປະເທດສະມາຊິກ SNG
ພາບ: TTXVN
|
(vovworld) - ທີ່ກອງປະຊຸມສຸດຍອດປະຈຳປີ ຊ່ືງດຳເນີນໄປໃນວັນທີ 5/12 ຢູ່ນະຄອນຫລວງ Ashkhabad ຂອງປະເທດTurkmenistan, ບັນດາປະເທດສະມາຊິກ ປະຊາຄົມບັນດາປະເທດເອກະລາດ SNG ໄດ້ລົງນາມ ໃນເອກະສານຮ່ວມມື 20 ສະບັບ. ໃນຈຳນວນເອກະສານທີ່ໄດ້ຮັບການລົງນາມນັ້ນ ມີຖະແຫລງການກ່ຽວກັບການພັດທະນາຮ່ວມມືຮອບດ້ານ SNG, ສັນຍາຮ່ວມມືກ່ຽວກັບການຮ່ວມສຳພັນຕະຫລາດເງິນຕາລະຫວ່າງບັນດາປະເທດສະມາຊິກ SNG, ການຮ່ວມມືບຳລຸງສ້າງຜູ້ຊ່ຽວຊານຕ້ານການກໍ່ການຮ້າຍ. ກອງປະຊຸມກໍວາງອອກຂໍ້ຕົກລົງກ່ຽວກັບການຈັດຕັ້ງພິທີລະນຶກ 70 ປີ ແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດ, ອອກຖະແຫລງຖືເອົາປີ 2013 ເປັນປີວັດທະນະທຳຊີວະພາບ ແລະ ປົກປັກຮັກສາສິ່ງແວດລ້ອມ SNG ພ້ອມທັງຮັບຮອງເອົາທິດທາງຕົ້ນຕໍໃນການພັດທະນາລະບົບປ້ອງກັນຍ່ານເວຫາຂອງ SNG.