ບັນດາປະເທດ ຈີ7 ໃຫ້ຄຳໝັ້ນສັນຍາປະກອບ 7,5 ຕື້ USD ໃຫ້ແກ່ຂໍ້ລິເລີ່ມວັກຊິນທົ່ວໂລກ Covax

(VOVWORLD) - ວັນທີ 18 ກຸມພາ, ອາເມລິກາ ກໍ່ປະກາດວ່າ ຈະປະກອບ 4 ຕື້ USD ໃຫ້ແກ່ຂໍ້ລິເລີ່ມວັກຊິນທົ່ວໂລກ Covax.
ບັນດາປະເທດ ຈີ7 ໃຫ້ຄຳໝັ້ນສັນຍາປະກອບ 7,5 ຕື້ USD ໃຫ້ແກ່ຂໍ້ລິເລີ່ມວັກຊິນທົ່ວໂລກ Covax - ảnh 1(ພາບປະກອບ)

  ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich ໃນວັນ 19 ກຸມພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງບັນດາພື້ນຖານເສດຖະກິດໃຫຍ່ຂຶ້ນກັບ ຈີ 20 ລວມມີ ອາເມລິກາ, ຈີນ ແລະ ອິນເດຍ ສ້າງຕັ້ງກຸ່ມສະເພາະກິດສຸກເສີນ ແນໃສ່ເພີ່ມປະລິມານວັກຊິນທົ່ວໂລກຂຶ້ນທົບ 2 ເທົ່າ ໂດຍຜ່ານການແບ່ງປັນໃບອະນຸຍາດ ແລະ ຖ່າຍທອດເຕັກໂນໂລຊີ.

        ຄຳຮຽກຮ້ອງຂອງທ່ານ Guterres ໄດ້ຍົກອອກມາ ພາຍຫລັງ 2 – 3 ປະເທດຕາເວັນຕົກລວມມີ ອັງກິດ ແລະ ຝຣັ່ງ ໃຫ້ຄຳໝັ້ນສັນຍາ ຍູ້ໄວການຈຳໜ່າຍວັກຊິນໃຫ້ບັນດາປະເທດພວມພັດທະນາ. ວັນທີ 18 ກຸມພາ, ອາເມລິກາ ກໍ່ປະກາດວ່າ ຈະປະກອບ 4 ຕື້ USD ໃຫ້ແກ່ຂໍ້ລິເລີ່ມວັກຊິນທົ່ວໂລກ Covax.

        ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກ ຈີ7 ໄດ້ໃຫ້ຄຳໝັ້ນສັນຍາປະກອບ 7,5 ຕື້ USD ໃຫ້ຂໍ້ລິເລີ່ມວັກຊິນທົ່ວໂລກ Covax ຂອງອົງການອະນາໄມໂລກ ແນໃສ່ຈຳໜ່າຍວັກຊິນໃຫ້ບັນດາປະເທດທຸກຍາກ./.

ຕອບກັບ

ຂ່າວ/ບົດ​ອື່ນ