ທ່ານ Ricardo Patino ລັດຖະມົນຕີການຕ່າງປະເທດ Ecuador
ພາບ: internet
|
(vovword) - ປະຊາຄົມບັນດາປະເທດ ອາເມລິກາລາຕິນ ແລະ Caribe ຈະຈັດຕັ້ງການປະຊຸມວິສາມັນໃນວັນທີ 05/7 ຢູ່ ນະຄອນຫລວງ Santiago ປະເທດ ຈີເລ ເພື່ອປຶກສາຫາລືກ່ຽວກັບສະພາບການ Paraguay ພາຍຫລັງເຫດການປົດຕຳ ແຫນ່ງປະທານາທິບໍດີ Fenando Lugo. ທ່ານ Ricardo Patino ລັດຖະມົນຕີການຕ່າງປະເທດ Ecuador ໃຫ້ຮູ້ວ່າ: ລັດຖະບານ Ecuador ຈະທາບທາມຄວາມເຫັນກັບບັນດາປະເທດສະມາຊິກອື່ນຂອງພັນທະມິດບັນດາປະເທດ ອາເມລິກາໃຕ້ ກ່ຽວກັບຄວາມສາມາດຄຳຖະແຫລງຂອງປະທານາທິບໍດີຊົ່ວຄາວຂອງ Paraguay ທ່ານ Federico Franco ກໍຄືບັນດາສະມາຊິກສະພາສູງທີ່ໄດ້ປ່ອນບັດປົດຕຳແຫນ່ງປະທານາທິບໍດີ Lugo ຊຶ່ງແມ່ນບັນດາທ່ານທີ່ບໍ່ໄດ້ຮັບຄວາມສະຫນັບສະຫນູນ. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານ Patino ຢືນຢັນວ່າ: ຈຸດປະສົງຂອງມາດຕະການດັ່ງກ່າວແມ່ນສົ່ງສານຂັນແຂງທີ່ວ່າ: ຢູ່ອາເມລິກາລາຕິນ, ການກະທຳບໍ່ຖືກຕ້ອງຕາມລັດຖະທຳມະນູນແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້. ຄຳຖະແຫລງດັ່ງກ່າວຂອງທ່ານ Patino ຖືກຍົກອອກພາຍຫລັງລັດຖະບານໃຫມ່ຂອງ Paraguay ປະກາດ video ຕອນຫນຶ່ງກ່ຽວກັບການພົບປະລະຫວ່າງ ທ່ານ Nicolas Maduro ລັດຖະມົນຕີການຕ່າງປະເທດ Venezuela ແລະ ທ່ານ Julio Prado ເອກອັກຄະລັດຖະທູດ Ecuador ປະຈຳ Paraguay ກັບບັນດານາຍພົນ Paraguay ເພື່ອຮຽກຮ້ອງຄວາມຈົ່ງຮັກພັກດີກັບທ່ານ Lugo. ເຖິງຢ່າງໃດກໍຕາມ, ສອງປະເທດ ນີ້ໄດ້ປະຕິເສດຄຳກ່າວຫາດັ່ງກ່າວ.