ບັນດາປະເທດEUເພີ່ມທະວີການແບ່ງປັນຂໍ້ມູນຂ່າວກ່ຽວກັບເລື່ອງແບນຊິກຫຼຸດລະດັບເຕືອນໄພກໍ່ການຮ້າຍລົງ

ບັນດາປະເທດEUເພີ່ມທະວີການແບ່ງປັນຂໍ້ມູນຂ່າວກ່ຽວກັບເລື່ອງແບນຊິກຫຼຸດລະດັບເຕືອນໄພກໍ່ການຮ້າຍລົງ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ທີ່​ກອງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ວັນ​ທີ 24/03, ຢູ່ບ​ຣຸ​ກ​ແຊນ, ປະ​ເທດ​ແບນ​ຊິກ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​​ໃນ ແລະ ​ກະ​ຊວງຍຸ​ຕິ​ທຳ​ບັນ​ດາ​ປະ​ເທດ​ສະ​ຫະ​​ພາບ​ເອີ​ລົບ (EU) ໄດ້​ໃຫ​້​ຄຳ​ໝັ້ນ​ສັນ​ຍາ​ປັບ​ປຸງວຽກ​ງານ​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ຕ້ານ​ການກໍ່​ການ​ຮ້າຍ, ພາຍ​ຫຼັງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ບ​ຣ​ຸກ​ແຊ​ນ ໃນ​ວັນ​ທີ 22/03. ບັນ​ດາ​ປະ​ເທດ EU ຈະ​ເພີ່ມ​ທະ​ວີ​​ຢ່າງ​ຮີບ​ດ່ວນ​ໃນ​ການ​ສະ​ໜອງ​ຂ​ໍ້​ມູນ​ຢ່າງ​ຄົບ​ຊຸດ, ນຳ​ໃຊ້​ຄວາມ​ເປັນ​ປົກ​ກະ​ຕິ ແລະ ຄວາມ​ສາມາດ​​ໃນ​ການ​ຕິດ​ຕໍ່​ສື່​ສານ​ຂອງ​ບັນ​ດາ​ຖານ​ຂໍ້​ມູນ​ຂອງ​ເອີ​ລົບ ແລະ ສາ​ກົນ​ໃນ​ຂົງ​ເຂດປ້ອງ​ກັນ​ຄວາມ​ສະ​ຫງົບ, ການຍົກ​ຍ້າຍ ແລະ ​ການອົບ​ພະ​ຍົບ. ບັນ​ດາ​ລັດ​ຖະ​ມົນ​ຕີກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍູ້​​ໄວການ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ທີ່​ໄດ້​ຕົກ​ລົງ​ແລ້ວ, ພິ​ເສດ​ແມ່ນ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ຄືນ​ການ​ນຳ​ໃຊ້​​ໜັງ​ສື​ສ່ວນ​ຕົວ​ປອ​ມ ພວມ​​ດຳ​ເນີນ​ຢ່າ​ງ​ເປີດ​ເຜີຍ​ຢູ່​ບັນ​ດາ​ປະ​ເທດ​ອິດ​ສະ​ລາມ ແລະ ເຄືອ​ຂ່າຍທຳ​ສົງ​ຄາມ​ສັກ​ສິດ. ນອກນັ້ນ, ບັນ​ດາ​ລັດ​ຖະ​ມົນ​ຕີກໍ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຕ້ານ​ຄືນ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ.

        ກ່ຽວ​ຂ​້ອງ​ເຖິງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ບ​ຣຸກ​ແຊນ ໃນ​ວັນ​ທີ 22/03, ​ຄ່ຳ​ຄືນ​ວັນ​ທີ 24/03 (ຕາມ​ເວ​ລາ​ຫວຽດ​ນາມ), ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ແບນ​ຊິກ ໄດ້​ຈັດ​ກອງ​ປ​ະ​ຊຸມ ແລະ ອົງ​ການ​ສົມ​ທົບ​ໄຈ້​ແຍກ​ບັນ​ດາ​ໄພ​ນາບ​ຂ​ູ່ ຕົກ​ລົງ​ຫຼຸດ​ລະ​ດັບ​ເຕືອນ​ໄພກໍ່​ການ​ຮ້າຍ​ຈາກ​ລະ​ດັບ 4 ລົງ​ລະ​ດັບ 3.

ຂ່າວ/ບົດ​ອື່ນ